JP Magazine v2 - шаблон joomla Оригами
  • 1.jpg
  • 2.jpg
  • 3.jpg
  • 4.jpg
  • 5.jpg
  • 6.jpg
  • 7.jpg
  • 8.jpg
  • 77.jpg
  • 88.jpg
  • 99.jpg
  • IMG_0098.jpg
  • IMG_0100.jpg
  • IMG_0105.jpg
  • IMG_0111.jpg
  • IMG_0114.jpg
  • IMG_0175.jpg
  • IMG_0179.jpg
  • IMG_0214.jpg
  • IMG_0215.jpg

ໜ້າຫຼັກ

ຮອງລັດຖະມົນຕີ​ກະຊວງ ປທສ ພົບ​ປະ​ໂອ້​ລົມ​ພະນັກງານ ໄປສະນີ, ​ໂທລະ​ຄົມ ​ ​ແລະ ການ​ສື່ສານແຂວງ​ບໍລິ​ຄຳ​ໄຊ

Written by Super User. Posted in ຂ່າວພາຍໃນ

 

 

​​​​​ໃນ​ຕອນແລງວັນ​ທີ 30 ຕຸລາ 2019 ນີ້ ຢູ່ທີ່​ຫ້ອງ​ປະຊຸມ​ເບີ 2 ​ແຂວງ​ບໍລິ​ຄຳ​ໄຊ, ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີ​ກະຊວງ ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ ​ພ້ອມ​ຄະນະ ​ໄດ້​ພົບ​ປະ​ໂອ້​ລົມ​ພະນັກງານ ​ໃນ​ຂົງ​​ເຂດ​ ໄປສະນີ ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ​ແຂວງ​ບໍລິ​ຄຳ​ໄຊ. ​ເຂົ້າ​ຮ່ວມ​ຮັບ​ຟັງ​ການ​ໂອ້ລົມ​ຄັ້ງ​ນີ້ ມີ​ທ່ານ ​ວັດທະນາ ສີສຸວັນທອງ ຮອງຫົວໜ້າ​ພະ​ແນ​ກ ປທສ ​ແຂວງ, ມີບັນດາອຳນວຍ​ການ​ບໍລິສັດ​ໄປສະນີ, ​ໂທລະ​ຄົມມະນາຄົມ ພ້ອມ​ດ້ວຍ​ພະນັກງານ​ ລັດຖະກອນ​​ ພະ​ແນ​ກ ປທສ ​ແຂວງ ​ແລະ ບໍລິສັດ​ໄປສະນີ, ​ໂທລະ​ຄົມ​ພາຍ​ໃນ​ແຂວງ​ເຂົ້າ​ຮ່ວມ​ 50 ກວ່າ​ຄົນ.

ການຂຶ້ນທະບຽນເລກໝາຍໂທລະສັບມືຖື ແລະ ຊິມເນັດ ໃນເງື່ອນໄຂໃໝ່ເພື່ອຮອງຮັບການບໍລິການໃນຍຸກເສດຖະກິດດິຈິຕອນ.

Written by Super User. Posted in ກິດຈະກຳຕ່າງໆ

ການນຳໃຊ້ເຄື່ອງມືສື່ສານທີ່ສາມາດພົບຕິດຕົວໄປມາໄດ້ຕະຫຼອດເວລາທັງສາມາດນຳໃຊ້ອິນເຕີເນັດເພື່ອເຂົ້າໃຊ້ການບໍ ລິການຮູບແບບໃໝ່ເປັນຕົ້ນການດຳເນີນທຸລະກຳທາງດ້ານການເງິນ-ທະນາຄານ, ການສັ່ງອາຫານ, ການຈອງປີ້ຍົນ-ທີ່ພັກ, ການຮັບສົ່ງເອກະສານເອເລັກໂຕຣນິກຜ່ານເຄື່ອງໂທລະສັບມືຖືລຸ່ນໃໝ່ ຫຼື ເອີ້ນວ່າ ສະມາດໂຟນທີ່ສັງຄົມນັບແຕ່ເດັກນ້ອຍຊັ້ນອະນຸບານຂຶ້ນມາຮອດລຸ່ນຄົນເຮັດວຽກແມ່ນຮູ້ຈັກກັນດີ ແລະ ໃຊ້ເປັນປະຈຳວັນຈົນກາຍເປັນ ປັດໃຈທີ່ 5 ທີ່ຂາດບໍ່ໄດ້ໃນຍຸກປະຈຸບັນ. ພ້ອມດຽວກັນນັ້ນການພັດທະນາແອັບພລີເຄຊັນຕ່າງໆຖືກພັດທະນາຂຶ້ນມາເພື່ອຮັບໃຊ້ຄວາມຕ້ອງການຂອງສັງຄົມກໍ່ລ້ວມແຕ່ປັບໃຫ້ເຂົ້າກັບລະບົບມືຖືນັບມື້ນັບຫຼາກຫຼາຍຂຶ້ນ ຊື່ງເລກໝາຍໂທລະສັບມືຖືໄດ້ກາຍເປັນສິ່ງຢັ້ງຢືນຕົວຕົນໃຊ້ຂອງເຮົາໄປແລ້ວບໍ່ວ່າຈະໃຊ້ການບໍລິການປະເພດໃດລະບົບແມ່ນຈະຖາມຫາວ່າໃຊ້ເລກໝາຍໂທລະສັບໃດ ແລະ ຢູ່ໃສ, ການຂຶ້ນລະບຽນເລກໝາຍໂທລະສັບຫຼາຍປະເທດໃນທົ່ວໂລກກໍ່ໄດ້ເຮັດມາກ່ອນແລ້ວ ແລະ ຖືວ່າການຂຶ້ນລະບຽນເລກໝາຍໂທລະ ສັບແມ່ນເປັນສິ່ງຈຳເປັນທີ່ຕ້ອງໄດ້ມີການຄຸ້ມຄອງ ເພື່ອຮັບຮອງການເຊື່ອມໂຍງເຂົ້າທຸກລະບົບການໃຫ້ບໍລິການໃນຍຸກເສດຖະ ກິດດິຈິຕອນ ແລະ ຮັບປະກັນຄວາມປອດໄພໃນການນຳໃຊ້ສາມາດລະບຸຕົວຕົນໄດ້ຢ່າງສັດເຈນເວລາເກີດມີບັນຫາໃດໜຶ່ງ,  ເຊິ່ງໄລຍະຜ່ານມາ ບັນດາຂໍ້ມູນທີ່ມີຢູ່ແມ່ນຍັງບໍ່ທັນຕອບສະໜອງໄດ້ຕໍ່ຄວາມຕ້ອງການໃນໄລຍະໃໝ່ຈຶ່ງຈຳເປັນຕ້ອງໄດ້ຂຶ້ນທະ ບຽນຄືນໃໝ່ທັງໝົດທັງເບີໂທລະສັບປະເພດ: ລາຍເດືອນ, ຕື່ມເງິນ ແລະ ຊິມເນັດ.