JP Magazine v2 - шаблон joomla Оригами
  • 1.jpg
  • 2.jpg
  • 3.jpg
  • 4.jpg
  • 5.jpg
  • 6.jpg
  • 7.jpg
  • 8.jpg
  • 77.jpg
  • 88.jpg
  • 99.jpg
  • IMG_0098.jpg
  • IMG_0100.jpg
  • IMG_0105.jpg
  • IMG_0111.jpg
  • IMG_0114.jpg
  • IMG_0175.jpg
  • IMG_0179.jpg
  • IMG_0214.jpg
  • IMG_0215.jpg

ໜ້າຫຼັກ

ໜ່ວຍພັກ ພະແນກ ປທສ ແຂວງບໍລິຄຳໄຊ ເປີດບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2019

Written by Super User. Posted in ຂ່າວສານ

 

ໃນລະຫວ່າງວັນທີ 20-21 ພະຈິກ 2019 ຜ່ານມານີ້, ຢູ່ທີ່ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງບໍລິຄຳໄຊ ໄດ້ເປີດບັ້ນດຳເນີນຊີວິດການເມືອງກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກພະແນກ ປທສ ແຂວງບໍລິຄຳໄຊ ປະຈຳປີ 2019, ໂດຍການເປັນປະທານຂອງທ່ານ ວັດທະນາ ໄຊຍະແສງ ເລຂາໜ່ວຍພັກພະແນກ ປທສ ແຂວງບໍລິຄຳໄຊ, ທ່ານ ວັດທະນາ ສີສຸວັນທອງ ຮອງເລຂາໜ່ວຍພັກພະແນກ ປທສ ແຂວງບໍລິຄຳໄຊ, ມີຄະນະຮັບຜິດຊອບກວດກາ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂອງແຂວງ, ສະມາຊິກພັກສົມບູນ ແລະ ສຳຮອງເຂົ້າຮ່ວມຢ່າງພ້ອມພຽງ.

ຝຶກອົບຮົມວຽກງານຄຸ້ມຄອງ ແລະ ສໍາເນົາເອກະສານ ຊຸດທີ I.

Written by Super User. Posted in ຂ່າວສານ

 

 

ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ເປີດຊຸດຝຶກອົບຮົມວຽກງານຄຸ້ມຄອງ ແລະ ສໍາເນົາເອກະສານ ຊຸດທີ I ຂຶ້ນໃນວັນທີ 13 ສິງຫານີ້, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ. ໂດຍການເປັນປະທານຂອງທ່ານ ນາງ ວັນນາ ພົມມະວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ, ກະຊວງ ປທສ. ມີການເຂົ້າຮ່ວມຂອງທ່ານ ນາງ ເພັດມະນີ ຫຼວງລາດ ຮອງຫົວໜ້າກົມເອກະສານແຫ່ງຊາດ, ກະຊວງ ພາຍໃນ ພ້ອມດ້ວຍຄະນະພະແນກ ປທສ ແຂວງ ແລະ ນັກສໍາມະນາກອນ 09 ແຂວງພາກກາງ-ໃຕ້. ຊຶ່ງຈະໄດ້ດໍາເນີນໄປເປັນເວລາ 03 ວັນ ລະຫວ່າງວັນທີ 13-15 ສິງຫາ 2019.