JP Magazine v2 - шаблон joomla Оригами
  • 1.jpg
  • 2.jpg
  • 3.jpg
  • 4.jpg
  • 5.jpg
  • 6.jpg
  • 7.jpg
  • 8.jpg
  • 77.jpg
  • 88.jpg
  • 99.jpg
  • IMG_0098.jpg
  • IMG_0100.jpg
  • IMG_0105.jpg
  • IMG_0111.jpg
  • IMG_0114.jpg
  • IMG_0175.jpg
  • IMG_0179.jpg
  • IMG_0214.jpg
  • IMG_0215.jpg

ໜ່ວຍພັກ ພະແນກ ປທສ ແຂວງບໍລິຄຳໄຊ ເປີດບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2019

Written by Super User. Posted in ຂ່າວສານ

 

ໃນລະຫວ່າງວັນທີ 20-21 ພະຈິກ 2019 ຜ່ານມານີ້, ຢູ່ທີ່ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງບໍລິຄຳໄຊ ໄດ້ເປີດບັ້ນດຳເນີນຊີວິດການເມືອງກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກພະແນກ ປທສ ແຂວງບໍລິຄຳໄຊ ປະຈຳປີ 2019, ໂດຍການເປັນປະທານຂອງທ່ານ ວັດທະນາ ໄຊຍະແສງ ເລຂາໜ່ວຍພັກພະແນກ ປທສ ແຂວງບໍລິຄຳໄຊ, ທ່ານ ວັດທະນາ ສີສຸວັນທອງ ຮອງເລຂາໜ່ວຍພັກພະແນກ ປທສ ແຂວງບໍລິຄຳໄຊ, ມີຄະນະຮັບຜິດຊອບກວດກາ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂອງແຂວງ, ສະມາຊິກພັກສົມບູນ ແລະ ສຳຮອງເຂົ້າຮ່ວມຢ່າງພ້ອມພຽງ.

ໃຫ້ກຽດເຜີຍແຜ່ເອກະສານໃນຄັ້ງນີ້ ໂດຍແມ່ນທ່ານ ວັດທະນາ ໄຊຍະແສງ ເລຂາໜ່ວຍພັກພະແນກ ປທສ ແຂວງ ແລະ ທ່ານ ວັດທະນາ ສີສຸວັນທອງ ຮອງເລຂາໜ່ວຍພັກພະແນກ ປທສ ແຂວງ ເຊິ່ງປະກອບມີ 3 ເອກະສານຄື: 1) ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; 2) ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດ ຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີ ການກໍ່ສ້ງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. 3) ຄໍາສັ່ງຂອງຄະນະປະຈໍາພັກແຂວງ ເລກທີ 827/ຄປພ ຂບຊ, ລົງວັນທີ 23 ກໍລະກົດ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຜ່ານການຄົ້ນຄ້ວາເຊື່ອມຊຶມບັນດາເອກະສານເຫຼົ່ານີ້ແລ້ວ, ສະມາຊິກພັກແຕ່ລະສະຫາຍກໍ່ໄດ້ຂຽນໃບສຳຫຼວດຕົນເອງ ເພື່ອສະຫຼຸບການກວດກາການຊີ້ນຳ-ນຳພາ ແລະ ການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນຮັບຜິດຊອບໃນໄລຍະ 1 ປີຜ່ານມາ, ເຊິ່ງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ການແກ້ໄຂຂໍ້ຄົງຄ້າງ ແລະ ການໃຫ້ຄຳຄິດຄຳເຫັນຕຳນິສົ່ງຂ່າວໃນການກໍ່ສ້າງ ແລະ ຊຸກຍູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ເພື່ອຕີລາຄາຈັດແບ່ງປະເພດຂອງໜ່ວຍພັກ ແລະ ສະມາຊິກພັກ ຕາມເນື້ອໃນ 5 ເຂັ້ມແຂງ ທີ່ທາງຄະນະພັກຂັ້ນເທິງວາງອອກ.