ຝຶກອົບຮົມວຽກງານຄຸ້ມຄອງ ແລະ ສໍາເນົາເອກະສານ ຊຸດທີ I.
ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ເປີດຊຸດຝຶກອົບຮົມວຽກງານຄຸ້ມຄອງ ແລະ ສໍາເນົາເອກະສານ ຊຸດທີ I ຂຶ້ນໃນວັນທີ 13 ສິງຫານີ້, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ. ໂດຍການເປັນປະທານຂອງທ່ານ ນາງ ວັນນາ ພົມມະວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ, ກະຊວງ ປທສ. ມີການເຂົ້າຮ່ວມຂອງທ່ານ ນາງ ເພັດມະນີ ຫຼວງລາດ ຮອງຫົວໜ້າກົມເອກະສານແຫ່ງຊາດ, ກະຊວງ ພາຍໃນ ພ້ອມດ້ວຍຄະນະພະແນກ ປທສ ແຂວງ ແລະ ນັກສໍາມະນາກອນ 09 ແຂວງພາກກາງ-ໃຕ້. ຊຶ່ງຈະໄດ້ດໍາເນີນໄປເປັນເວລາ 03 ວັນ ລະຫວ່າງວັນທີ 13-15 ສິງຫາ 2019.
ທ່ານ ນາງ ວັນນາ ໄດ້ກ່າວວ່າ: ວຽກງານຄຸ້ມຄອງເອກະສານ ແລະ ສໍາເນົາເອກະສານ ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນໃນການເຄື່ອນໄຫວວຽກງານຂອງຂະແໜງການ ປທສ ໃນຂອບເຂດທົ່ວປະເທດ ທີ່ເປັນເຄື່ອງມືຊ່ວຍອໍານວຍຄວາມສະດວກໃນການບໍລິຫານ ແລະ ຄຸ້ມຄອງວຽກງານຕ່າງໆພາຍໃນອົງການ. ພ້ອມນັ້ນ, ຍັງເປັນວຽກໜຶ່ງ ທີ່ນອນຢູ່ໃນແຜນພັດທະນາບຸກຄະລາກອນຂອງກະຊວງ ປທສ. ຊຶ່ງໃນໄລຍະຜ່ານມາ ການຄຸ້ມຄອງວຽກງານດັ່ງກ່າວນີ້ ຍັງບໍ່ທັນເປັນລະບົບ ແລະ ການປະຕິບັດຍັງບໍ່ເທົ່າທີ່ຄວນ. ສະນັ້ນ, ເພື່ອຍົກລະດັບຄຸນນະພາບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ ສໍາເນົາເອກະສານ ຂອງຂະແໜງການ ປທສ ໃນຂອບເຂດທົ່ວປະເທດ ໃຫ້ເປັນລະບົບ ແລະ ມີຄວາມເປັນເອກະພາບກັນ ກະຊວງ ປທສ ຈຶ່ງໄດ້ເປີດຊຸດຝຶກອົບຮົມຄັ້ງນີ້ຂຶ້ນ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້, ເຂົ້າໃຈຢ່າງເລີກເຊິ່ງ ກ່ຽວກັບວຽກງານດັ່ງກ່າວນີ້ ເວົ້້າລວມ ເວົ້າສະເພາະ ກໍ່ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນ ພະແນກ ປທສ ນໍາເອົາຄວາມຮູ້ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃນກົມກອງຂອງຕົນໃຫ້ເກີດປະສິດທິພາບ ແລະ ປະສິດທິຜົນສູງສຸດ.
ການເປີດຊຸດຝຶກອົບຮົມຄັ້ງນີ້, ແມ່ນໄດ້ຮັບການຮ່ວມມື, ຊ່ວຍເຫຼືອທາງດ້ານເນື້ອໃນຫຼັກສູດ ແລະ ນັກວິທະຍາກອນ ຈາກກົມເອກະສານແຫ່ງຊາດ, ກະຊວງພາຍໃນ ໂດຍປະກອບມີ 05 ຫົວຂໍ້.