JP Magazine v2 - шаблон joomla Оригами
  • 1.jpg
  • 2.jpg
  • 3.jpg
  • 4.jpg
  • 5.jpg
  • 6.jpg
  • 7.jpg
  • 8.jpg
  • 77.jpg
  • 88.jpg
  • 99.jpg
  • IMG_0098.jpg
  • IMG_0100.jpg
  • IMG_0105.jpg
  • IMG_0111.jpg
  • IMG_0114.jpg
  • IMG_0175.jpg
  • IMG_0179.jpg
  • IMG_0214.jpg
  • IMG_0215.jpg

ຮອງລັດຖະມົນຕີ​ກະຊວງ ປທສ ພົບ​ປະ​ໂອ້​ລົມ​ພະນັກງານ ໄປສະນີ, ​ໂທລະ​ຄົມ ​ ​ແລະ ການ​ສື່ສານແຂວງ​ບໍລິ​ຄຳ​ໄຊ

Written by Super User. Posted in ຂ່າວພາຍໃນ

 

 

​​​​​ໃນ​ຕອນແລງວັນ​ທີ 30 ຕຸລາ 2019 ນີ້ ຢູ່ທີ່​ຫ້ອງ​ປະຊຸມ​ເບີ 2 ​ແຂວງ​ບໍລິ​ຄຳ​ໄຊ, ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີ​ກະຊວງ ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ ​ພ້ອມ​ຄະນະ ​ໄດ້​ພົບ​ປະ​ໂອ້​ລົມ​ພະນັກງານ ​ໃນ​ຂົງ​​ເຂດ​ ໄປສະນີ ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ​ແຂວງ​ບໍລິ​ຄຳ​ໄຊ. ​ເຂົ້າ​ຮ່ວມ​ຮັບ​ຟັງ​ການ​ໂອ້ລົມ​ຄັ້ງ​ນີ້ ມີ​ທ່ານ ​ວັດທະນາ ສີສຸວັນທອງ ຮອງຫົວໜ້າ​ພະ​ແນ​ກ ປທສ ​ແຂວງ, ມີບັນດາອຳນວຍ​ການ​ບໍລິສັດ​ໄປສະນີ, ​ໂທລະ​ຄົມມະນາຄົມ ພ້ອມ​ດ້ວຍ​ພະນັກງານ​ ລັດຖະກອນ​​ ພະ​ແນ​ກ ປທສ ​ແຂວງ ​ແລະ ບໍລິສັດ​ໄປສະນີ, ​ໂທລະ​ຄົມ​ພາຍ​ໃນ​ແຂວງ​ເຂົ້າ​ຮ່ວມ​ 50 ກວ່າ​ຄົນ.

​ໃນ​ພິທີ ທ່ານ ​ວັດທະນາ ສີສຸວັນທອງ ຮອງຫົວໜ້າພະ​ແນ​ກ ປທສ ​ແຂວງບໍລິຄຳໄຊ ​ໄດ້​ລາຍ​ງານ​ສະພາບ​ການຈັດ​ຕັ້ງ​ປະຕິບັດວຽກ​ງານ ​ໄປສະນີ ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ ​ໃຫ້​ທ່ານ​ລັດຖະມົນຕີ​ຊ່ວຍ​ໄດ້​ຮັບ​ຊາບ ​ໂດຍ​ທ່ານ​ໄດ້​ຍົກ​ໃຫ້​ເຫັນ ຜົນງານ ດ້ານ​ດີ, ຈຸດ​ອ່ອນ ຂໍ້ຄົງຄ້າງ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ໄປສະນີ, ​ໂທລະ​ຄົມມະນາຄົມ​ພາຍ​ໃນ​ແຂວງ ​ໃນ​ໄລຍະ​ຜ່ານ​ມາ. ຈາກ​ນັ້ນ, ທ່ານ​ຮອງລັດຖະມົນຕີ​ ກໍ​ໄດ້​ໃຫ້​ກຽດ​ໂອ້​ລົມ ​ເຊິ່ງກ່ອນ​ອື່ນ ທ່ານ​ໄດ້​ກ່າວ​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ ຕໍ່​ຜົນງານ​ທີ່​ພະ​ແນ​ກ ປທສ ​ແລະ ບັນດາ​ບໍລິສັດ​ທີ່​ເຮັດ​ບໍລິການ​ດ້ານ​ໄປສະນີ, ​ໂທລະ​ຄົມມະນາຄົມ ຍາດ​ມາ​ໄດ້, ພ້ອມ​ເນັ້ນ​ໃຫ້ ພະ​ແນ​ກ ປທສ ​ແຂວງ ​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ​ຜູ້​ໃຫ້​ບໍລິການ ​ແລະ ຜູ້​ໃຊ້​ບໍລິການ ​ໃຫ້​ເຂົ້າ​ສູ່​ລະບຽບ​ກົດໝາຍ, ມີ​ຄວາມ​ສະດວກ ​ແລະ ມີ​ຄວາມ​ຍຸຕິ​ທຳ, ​ເອົາ​ໃຈ​ໃສ່​ແກ້​ໄຂ​ຂໍ້​ຂັດ​ແຍ່ງ ​ແລະ ປົກ​ປ້ອງ​ຜູ້​ຊົມ​ໃຊ້, ​ເພີ່ມ​ທະວີ​ການ​ຕິດຕາມ, ກວດກາ, ການ​ນຳ​ໃຊ້​ສື່​ສັງຄົມ​ອອນ​ໄລ. ພ້ອມ​ນີ້ ກໍ​ໃຫ້​ເອົາ​ໃຈ​ໃສ່​ຕໍ່​ລະບົບ​ການ​ສ່ອງ​ແສງລາຍ​ງານ​ໃຫ້​ແກ່​ກະຊວງ ປທສ  ​ແລະ ​​ແຂວງ​ເປັນ​ປົກກະຕິ ​ແນ​ໃສ່​ເຮັດ​ໃຫ້ການ​ຄຸ້ມ​ຄອງ​ບໍລິຫານ​ລັດ​ກ່ຽວກັບ​ຂະ​ແໜງ ​ໄປສະນີ ​ໂທລະ​ຄົມມະ ນາຄົມ ​ແລະ ການ​ສື່ສານ​ຂັ້ນ​ທ້ອງ​ຖິ່ນ​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.