JP Magazine v2 - шаблон joomla Оригами
  • 1.jpg
  • 2.jpg
  • 3.jpg
  • 4.jpg
  • 5.jpg
  • 6.jpg
  • 7.jpg
  • 8.jpg
  • 77.jpg
  • 88.jpg
  • 99.jpg
  • IMG_0098.jpg
  • IMG_0100.jpg
  • IMG_0105.jpg
  • IMG_0111.jpg
  • IMG_0114.jpg
  • IMG_0175.jpg
  • IMG_0179.jpg
  • IMG_0214.jpg
  • IMG_0215.jpg

ການຂຶ້ນທະບຽນເລກໝາຍໂທລະສັບມືຖື ແລະ ຊິມເນັດ ໃນເງື່ອນໄຂໃໝ່ເພື່ອຮອງຮັບການບໍລິການໃນຍຸກເສດຖະກິດດິຈິຕອນ.

Written by Super User. Posted in ຂ່າວສານ

ການນຳໃຊ້ເຄື່ອງມືສື່ສານທີ່ສາມາດພົບຕິດຕົວໄປມາໄດ້ຕະຫຼອດເວລາທັງສາມາດນຳໃຊ້ອິນເຕີເນັດເພື່ອເຂົ້າໃຊ້ການບໍ ລິການຮູບແບບໃໝ່ເປັນຕົ້ນການດຳເນີນທຸລະກຳທາງດ້ານການເງິນ-ທະນາຄານ, ການສັ່ງອາຫານ, ການຈອງປີ້ຍົນ-ທີ່ພັກ, ການຮັບສົ່ງເອກະສານເອເລັກໂຕຣນິກຜ່ານເຄື່ອງໂທລະສັບມືຖືລຸ່ນໃໝ່ ຫຼື ເອີ້ນວ່າ ສະມາດໂຟນທີ່ສັງຄົມນັບແຕ່ເດັກນ້ອຍຊັ້ນອະນຸບານຂຶ້ນມາຮອດລຸ່ນຄົນເຮັດວຽກແມ່ນຮູ້ຈັກກັນດີ ແລະ ໃຊ້ເປັນປະຈຳວັນຈົນກາຍເປັນ ປັດໃຈທີ່ 5 ທີ່ຂາດບໍ່ໄດ້ໃນຍຸກປະຈຸບັນ. ພ້ອມດຽວກັນນັ້ນການພັດທະນາແອັບພລີເຄຊັນຕ່າງໆຖືກພັດທະນາຂຶ້ນມາເພື່ອຮັບໃຊ້ຄວາມຕ້ອງການຂອງສັງຄົມກໍ່ລ້ວມແຕ່ປັບໃຫ້ເຂົ້າກັບລະບົບມືຖືນັບມື້ນັບຫຼາກຫຼາຍຂຶ້ນ ຊື່ງເລກໝາຍໂທລະສັບມືຖືໄດ້ກາຍເປັນສິ່ງຢັ້ງຢືນຕົວຕົນໃຊ້ຂອງເຮົາໄປແລ້ວບໍ່ວ່າຈະໃຊ້ການບໍລິການປະເພດໃດລະບົບແມ່ນຈະຖາມຫາວ່າໃຊ້ເລກໝາຍໂທລະສັບໃດ ແລະ ຢູ່ໃສ, ການຂຶ້ນລະບຽນເລກໝາຍໂທລະສັບຫຼາຍປະເທດໃນທົ່ວໂລກກໍ່ໄດ້ເຮັດມາກ່ອນແລ້ວ ແລະ ຖືວ່າການຂຶ້ນລະບຽນເລກໝາຍໂທລະ ສັບແມ່ນເປັນສິ່ງຈຳເປັນທີ່ຕ້ອງໄດ້ມີການຄຸ້ມຄອງ ເພື່ອຮັບຮອງການເຊື່ອມໂຍງເຂົ້າທຸກລະບົບການໃຫ້ບໍລິການໃນຍຸກເສດຖະ ກິດດິຈິຕອນ ແລະ ຮັບປະກັນຄວາມປອດໄພໃນການນຳໃຊ້ສາມາດລະບຸຕົວຕົນໄດ້ຢ່າງສັດເຈນເວລາເກີດມີບັນຫາໃດໜຶ່ງ,  ເຊິ່ງໄລຍະຜ່ານມາ ບັນດາຂໍ້ມູນທີ່ມີຢູ່ແມ່ນຍັງບໍ່ທັນຕອບສະໜອງໄດ້ຕໍ່ຄວາມຕ້ອງການໃນໄລຍະໃໝ່ຈຶ່ງຈຳເປັນຕ້ອງໄດ້ຂຶ້ນທະ ບຽນຄືນໃໝ່ທັງໝົດທັງເບີໂທລະສັບປະເພດ: ລາຍເດືອນ, ຕື່ມເງິນ ແລະ ຊິມເນັດ.

          ດ້ວຍເຫດຜົນດັ່ງກ່າວ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຈຶ່ງໄດ້ເລັ່ງພັດທະນາລະບົບການຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມເນັດ ເຊິ່ງເອີ້ນວ່າ ລະບົບ 3ແກຼັບ ໂດຍຜູ້ຂຶ້ນທະບຽນສາມາດເລືອກເອົາໜຶ່ງໃນສອງວິທີຄື: ວິທີທີ່ 1 ແມ່ນສາມາດຂຶ້ນລະບຽນເລກໝາຍໂທລະສັບຂອງຕົນ (ສຳລັບເບີເກົ່າ ແລະ ເບີໃໝ່) ໄດ້ທີ່: ສຳນັກງານໃຫຍ່, ຫ້ອງການສາຂາຂອງຜູ້ໃຫ້ບໍລິການ ແລະ ຕົວແທນຈຳໝ່າຍທີ່ໄດ້ຮັບອະນຸຍາດໃນຂອບເຂດທົ່ວປະເທດ. ສຳລັດວິທີທີ່ 2: ການຂຶ້ນເລກໝາຍໂທລະສັບ (ສຳລັບເບີເກົ໋າເທົ່ານັ້ນ) ແມ່ນສາມາດດຳເນີນການໄດ້ດ້ວຍຕົວເອງຜ່ານການອອນລາຍໂດຍສາມາດດາວໂຫຼດ ແອັບພລີເຄຊັນ  LaoKYC ມາຕິດຕັ້ງໃນມືຖືແລ້ວເຂົ້າສູ່ບໍລິການ ເພືອຂຶ້ນທະບຽນເລກໝາຍໂທລະສັບຜ່ານ 3 ແກຼັບ ໂດຍວິທີນີ້ໄດ້ເລີ່ມຕົ້ນເປີດໃຫ້ຂຶ້ນທະບຽນຕັ້ງແຕ່ ວັນທີ 1 ກໍລະກົດ 2020 ເປັນຕົ້ນມາ.

ຂັ້ນຕອນການຂຶ້ນທະບຽນກໍ່ສະດວກ ຖ້າທ່ານເລືອກວິທີໄປທີສຳນັກງານໃຫຍ່, ສູນບໍລິການ, ສາຂາຈຳໜ່າຍ ແລະ ຕົວແທນຂອງບໍລິສັດໃຫ້ບໍລິການໂທລະຄົມມະນາຄົມພຽງແຕ່ທ່ານຖືເອກະສານຢັ້ງຢືນໃດໜຶ່ງທີ່ເປັນຂອງທ່ານເອງ ເຊັ່ນ: ບັດ