ພະແນກ ປທສ ແຂວງບໍລິຄຳໄຊ ຈັດຕັ້ງເຊື່ອມຊືມເອກະສານທີ່ສຳຄັນ
ໃນຕອນເຊົ້າວັນທີ 16 ກໍລະກົດ 2020ທີ່ຜ່ານມານີ້, ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງບໍລິຄຳໄຊ ໄດ້ເຜີຍແຜ່ເຊື່ອມຊືມເອກະສານທີ່ສຳຄັນ ຈຳນວນ 6 ເອກະສານຄື: 1) ດຳລັດ ເລກທີ 127/ລບ, ລົງວັນທີ 20/02/2020 ວ່າດ້ວຍການຄວາມຮັບຜິດຊອບໃນການຕ້ານ ສະກັດກັ້ນການຟອກເງີນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; 2) ຄຳສັ່ງແນະນໍາ ເລກທີ 01/ຄຕຟງ, ລົງວັນທີ 08/01/2020 ວ່າດ້ວຍການດຳເນີນຄະດີຟອກເງີນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; 3) ຂໍ້ຕົກລົງຂອງເຈົ້າແຂວງ ເລກທີ 749/ຂບຊ, ລົງວັນທີ 10/12/2019 ວ່າດ້ວຍການກໍານົດເນື້ອໃນຂໍ້ແຂ່ງຂັນ ພາຍໃຕ້ຄໍາຂັວນ “ຮັກຊາດ ແລະ ພັດທະນາ”; 4) ຄໍາແນະນໍາຂອງພະແນກ ພາຍໃນແຂວງ ເລກທີ 140/ພພນ, ລົງວັນທີ 25/02/2020 ກ່ຽວກັບການຈັດຕັ້ງ
ປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການກໍານົດເນື້ອໃນຂໍ້ແຂ່ງຂັນ ພາຍໃຕ້ຄໍາຂັວນ ”ຮັກຊາດ ແລະ ພັດທະນາ”; 5) ຄໍາແນະນໍາຂອງເຈົ້າແຂວງບໍລິຄໍາໄຊ ເລກທີ 03/ຂບຊ, ລົງວັນທີ 12/03/2020 ກ່ຽວກັບການປະເມີນການຈັດຕັ້ງປະຕິບັດວຽກງານ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ; 6) ແຈ້ງການ ເລກທີ 02/ຄຂຍ-ບຊ, ລົງວັນທີ 21/04/2020 ກ່ຽວກັບການສືບຕໍ່ຊຸກຍູ້, ຊີ້ນໍາ ແລະ ສະຫຼຸບປະເມີນຜົນຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລວງເລີກໃນຂອບເຂດທົ່ວແຂວງບໍລິຄຳໄຊ. ໃຫ້ກຽດເຜີຍແຜ່ເອກະສານໃນຄັ້ງນີ້ມີທ່ານ ວັດທະນາ ໄຊຍະແສງ ເລຂາໜ່ວຍພັກພະແນກ ປທສ ແຂວງ ແລະ ທ່ານ ວັດທະນາ ສີສຸວັນທອງ ຮອງຫົວໜ້າພະແນກ ປທສ ແຂວງ, ມີບັນດາພະນັກງານ-ລັດຖະກອນ ພາຍໃນພະແນກເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ໃນກອງປະຊຸມທ່ານ ວັດທະນາ ສີສຸວັນທອງ ຮອງຫົວໜ້າພະແນກ ປທສ ແຂວງ ກໍ່ໄດ້ເຜີຍແຜ່ດຳລັດ ເລກທີ 127/ລບ, ລົງວັນທີ 20/02/2020 ວ່າດ້ວຍການຄວາມຮັບຜິດຊອບໃນການຕ້ານ ສະກັດກັ້ນການຟອກເງີນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ຄຳສັ່ງແນະນຳ ເລກທີ 01/ຄຕຟງ, ລົງວັນທີ 08/01/2020 ວ່າດ້ວຍການດຳເນີນຄະດີຟອກເງີນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ
ຈາກນັ້ນທ່ານ ວັດທະນາ ໄຊຍະແສງ ເລຂາໜ່ວຍພັກ ຮອງຫົວໜ້າພະແນກ ປທສ ແຂວງ ກໍ່ໄດ້ເຜີຍແຜ່ຂໍ້ຕົກລົງຂອງເຈົ້າແຂວງ ເລກທີ 749/ຂບຊ, ລົງວັນທີ 10/12/2019 ວ່າດ້ວຍການກໍານົດເນື້ອໃນຂໍ້ແຂ່ງຂັນ ພາຍໃຕ້ຄໍາຂັວນ “ຮັກຊາດ ແລະ ພັດທະນາ”; ຄໍາແນະນໍາຂອງພະແນກ ພາຍໃນແຂວງ ເລກທີ 140/ພພນ, ລົງວັນທີ 25/02/2020 ກ່ຽວກັບການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການກໍານົດເນື້ອໃນຂໍ້ແຂ່ງຂັນ ພາຍໃຕ້ຄໍາຂັວນ ”ຮັກຊາດ ແລະ ພັດທະນາ”; ຄໍາແນະນໍາຂອງເຈົ້າແຂວງບໍລິຄໍາໄຊ ເລກທີ 03/ຂບຊ, ລົງວັນທີ 12/03/2020 ກ່ຽວກັບການປະເມີນການຈັດຕັ້ງປະຕິບັດວຽກງານ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ; ແຈ້ງການ ເລກທີ 02/ຄຂຍ-ບຊ, ລົງວັນທີ 21/04/2020 ກ່ຽວກັບການສືບຕໍ່ຊຸກຍູ້, ຊີ້ນຳ ແລະ ສະຫຼຸບປະເມີນຜົນຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລວງເລີກໃນຂອບເຂດທົ່ວແຂວງບໍລິຄຳໄຊ.