JP Magazine v2 - шаблон joomla Оригами
  • 1.jpg
  • 2.jpg
  • 3.jpg
  • 4.jpg
  • 5.jpg
  • 6.jpg
  • 7.jpg
  • 8.jpg
  • 77.jpg
  • 88.jpg
  • 99.jpg
  • IMG_0098.jpg
  • IMG_0100.jpg
  • IMG_0105.jpg
  • IMG_0111.jpg
  • IMG_0114.jpg
  • IMG_0175.jpg
  • IMG_0179.jpg
  • IMG_0214.jpg
  • IMG_0215.jpg

ພະແນກ ປທສ ແຂວງ ສົມທົບກັບສາຂາບໍລິສັດໂທລະຄົມມະນາຄົມ ເຄື່ອນໄຫວຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມເນັດ ຢູ່ 3 ເມືອງທົ່ງພຽງ

Written by Super User. Posted in ຂ່າວສານ

 
ໂດຍປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ສະບັບເລກທີ 903/ປທສ, ລົງວັນທີ 30 ມີນາ 2020 ວ່າດ້ວຍການຂຶ້ນທະບຽນເລກໝາຍໂທລະສັບ; ໃນລະຫວ່າງວັນທີ 2-8 ກໍລະກົດ 2020 ທີ່ຜ່ານມາ, ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງບໍລິຄຳໄຊ ສົມທົບກັບສາຂາບໍລິສັດທີ່ໃຫ້ບໍລິການດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດເຊັ່ນ: ບໍລິສັດ ສະຕາ ໂທລະຄົມ ຈຳກັດ, ບໍລິສັດ ລາວໂທລະຄົມ ມະຫາຊົນ ແລະ ບໍລິສັດ ອີທີແອລ ຈຳກັດ ໄດ້ລົງເຄື່ອນໄຫວຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມເນັດ ຜ່ານແອັບ 3 ແກັບ ຢູ່ 3 ເມືອງທົ່ງພຽງຄື: ເມືອງປາກຊັນ, ເມືອງທ່າພະບາດ ແລະ ເມືອງປາກກະດິງ ໂດຍການເປັນປະທານຂອງ ທ່ານ ລັງສີ ແກ້ວວິເສດ ຫົວໜ້າພະແນກ ປທສ ແຂວງ, ມີບັນດາຄະນະອຳນວຍການ ແລະ ພະນັກງານວິຊາການຂອງ 3 ບໍລະສັດໂທລະຄົມເຂົ້າຮ່ວມຢ່າງພ້ອມພຽງ.
ໃນການລົງເຄື່ອນໄຫວຢູ່ແຕ່ລະເມືອງນັ້ນ, ທ່ານຫົວໜ້າພະແນກ ປທສ ແຂວງ ກໍ່ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມເນັດ ເປັນຕົ້ນແມ່ນຍົກໃຫ້ເຫັນລະບຽບການຄຸ້ມຄອງ, ການນຳໃຊ້ເລກໝາຍໂທລະສັບໃນໄລຍະໃໝ່ ໃຫ້ຮັບປະກັນຂໍ້ມູນຖືກຕ້ອງ ຄົບຖ້ວນ ຊັດເຈນ, ທັນກັບສະພາບການ, ຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຂອງສັງຄົມ ແລະ ຮອງຮັບການນຳໃຊ້ເຕັກໂນໂລຊີໃໝ່; ຜ່ານການລົງເຄື່ອນໄຫວຢູ່ 3 ຈຸດດັ່ງກ່າວ ເຫັນວ່າໄດ້ຮັບຄວາມເອົາໃຈໃສ່ຈາກການນຳຂອງເມືອງໃນການໂຄສະນາ, ເຜີຍແຜ່, ຊຸກຍູ້ ແລະ ອຳນວຍຄວາມສະດວກໃຫ້ແກ່ທີມງານຂອງແຂວງ ໂດຍມີພະນັກງານ, ທະຫານ, ຕຳຫຼວດ ເຂົ້າຮ່ວມຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມເນັດທັງໝົດ 1.199 ເລກໝາຍ ແລະ ຈະສືບຕໍ່ລົງເຄື່ອນໄຫວຢູ່ບັນດາພະແນກການ, ກົມກອງ ອ້ອມຂ້າງແຂວງ, ເມືອງ ແລະ ບ້ານໃນຂອບເຂດທົ່ວແຂວງ ຈົນຮອດວັນທີ 31 ທັນວາ 2020 ໃຫ້ສຳເລັດ 100%, ໂດຍໄດ້ແບ່ງອອກເປັນ 3 ໄລຍະຄື: ນັບແຕ່ວັນທີ 1 ກໍລະກົດ 2020 ຫາວັນທີ 30 ພະຈິກ 2020 ແມ່ນລົງທະບຽນເລກໝາຍໂທລະສັບ ແລະ ຊິມເນັດ ທີ່ໄດ້ນຳໃຊ້ໃນປະຈຸບັນຄືນໃໝ່ທັງໝົດ ແລະ ບໍ່ອະນຸຍາດໃຫ້ເລກໝາຍໃໝ່ທີ່ຍັງບໍ່ທັນໄດ້ຂຶ້ນທະບຽນສາມາດນຳໃຊ້ໄດ້ຢ່າງເດັດຂາດ; ນັບແຕ່ວັນທີ 1-31 ທັນວາ 2020 ເລກໝາຍໂທລະສັບ ແລະ ຊິມເນັດ ທີ່ຍັງບໍ່ທັນໄດ້ຂຶ້ນທະບຽນຢ່າງຖືກຕ້ອງ ລະບົບຈະລະງັບບໍ່ສາມາດໂທອອກ ແລະ ຫຼິ້ນເນັດ, ແຕ່ຍັງສາມາດຮັບໂທລະສັບ ແລະ ຮັກສາມູນຄ່າທີ່ຍັງເຫຼືອໄວ້ໃນລະບົບ; ຖ້າກາຍວັນທີ 31 ທັນວາ 2020 ເປັນຕົ້ນໄປ ເລກໝາຍໂທລະສັບ ແລະ ຊິມເນັດທີ່ຍັງບໍ່ທັນຂຶ້ນທະບຽນສຳເລັດ ຈະຖືກລົບອອກຈາກລະ ບົບຢ່າງຖາວອນ ຈົນກວ່າເລກໝາຍດັ່ງກ່າວ ຈະໄດ້ຮັບການຂຶ້ນທະບຽນຢ່າງຖືກຕ້ອງ ຈິ່ງສາມາດນຳໃຊ້ໄດ້.