JP Magazine v2 - шаблон joomla Оригами
  • 1.jpg
  • 2.jpg
  • 3.jpg
  • 4.jpg
  • 5.jpg
  • 6.jpg
  • 7.jpg
  • 8.jpg
  • 77.jpg
  • 88.jpg
  • 99.jpg
  • IMG_0098.jpg
  • IMG_0100.jpg
  • IMG_0105.jpg
  • IMG_0111.jpg
  • IMG_0114.jpg
  • IMG_0175.jpg
  • IMG_0179.jpg
  • IMG_0214.jpg
  • IMG_0215.jpg

ສຳເລັດກອງປະຊຸມໃຫ່ຍ ຄັ້ງທີ II ຄະນະພັກຮາກຖານພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງບໍລິຄຳໄຊ

Written by Super User. Posted in ຂ່າວສານ

 
ກອງປະຊຸມໃຫຍ່ຄັ້ງທີ II ຄະນະພັກຮາກຖານພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງບໍລິຄຳໄຊ ໄດ້ຈັດຂື້ນໃນວັນທີ 12 ພຶດສະພາ 2020, ໂດຍການເປັນປະທານຂອງສະຫາຍ ລັງສີ ແກ້ວວິເສດ ເລຂາຄະນະພັກຮາກຖານພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ມີ ທ່ານ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດ ແຂວງບໍລິຄຳໄຊ, ມີແຂກຖືກເຊີນ ແລະ ສະມາຊິກພັກພາຍໃນ 4 ໜ່ວຍພັກຂື້ນກັບເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳຄິດ, ຄຳເຫັນໃສ່ບົດລາຍງານການເມືອງທັງ 2 ພາກ ແລະ ບົດສຳຫຼວດການນຳພາຂອງຄະນະພັກຮາກຖານ, ພ້ອມກັນຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນໃນການຊີ້ນຳ-ນຳພາການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ. ຮາກຖານພັກພະແນກ ປທສ ແຂວງບໍລິຄຳໄຊ ເປັນຮາກຖານພັກໜຶ່ງທີ່ມີຈຸດພິເສດ ແຕກຕ່າງກັບຮາກຖານພັກອື່ນຊຶ່ງສ່ວນໃຫຍ່ແຕ່ລະໜ່ວຍພັກແມ່ນດຳເນີນທຸລະກິດ, ພາຍໃຕ້ການຊີ້ນຳ-ນຳພາໂດຍກົງ ແລະ ຮອບດ້ານ ຂອງຄະນະປະຈຳພັກແຂວງ, ເຮັດໜ້າທີ່ເປັນເສນາທິການໃຫ້ແກ່ຄະນະພັກກະຊວງ ປທສ ໃນການຊີ້ນຳວຽກງານໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ພາຍໃນແຂວງ, ປະຈຸບັນຮາກຖານພັກພະແນກ ປທສ ມີ 4 ໜ່ວຍພັກຂື້ນກັບ, ມີສະມາຊິກພັກທັງໝົດ 62 ສະຫາຍ, ຍິງ 19 ສະຫາຍ, ສະມາຊິກພັກສຳຮອງ 2 ສະຫາຍ, ຍິງ 2 ສະຫາຍ. ຕະຫຼອດໄລຍະຜ່ານມາຄະນະພັກຮາກຖານ ໄດ້ຖືວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ຕິດພັນກັບການເຄື່ອນໄຫວວຽກງານຕ່າງໆເປັນຕົ້ນແມ່ນ ໄດ້ຈັດຕັ້ງນຳພາພະນັກງານຂອງຕົນ ໃນການຄຸ້ມຄອງມະຫາພາກກ່ຽວກັບວຽກງານໄປສະນີ, ໂທລະຄົມມະນາຄົມພາຍໃນແຂວງ, ເຮັດໃຫ້ບັນດາບໍລິສັດ ທີ່ເຮັດການບໍລິການດ້ານໄປສະນີ, ໂທລະຄົມມະນາຄົມພາຍໃນແຂວງ ດຳເນີນທຸລະກິດໄດ້ຕໍ່ເນື່ອງ, ໄດ້ເຂົ້າຮ່ວມຮັບຟັງການປາຖະກະຖາວັນສໍາຄັນຂອງພັກ ແລະ ຂອງຊາດທີ່ແຂວງຈັດຂື້ນ, ສຳເລັດການອອກອະນຸຍາດ ແລະ ຕໍ່ອະນຸຍາດໃຫ້ບັນດາຫ້າງຮ້ານທີ່ເຮັດການສ້ອມແປງ ແລະ ຈຳໜ່າຍອຸປະກອນໂທລະຄົມພາຍໃນແຂວງສຳເລັດ, ປະຈຸບັນພາຍໃນແຂວງມີສະຖານີຮັບ-ສົ່ງສັນຍານໂທລະສັບມືຖືທັງໝົດ 272 ສະຖານີ, ມີສາຍກາບໃຍແສງ 3,959 ກິໂລແມັດ, ມີຜູ້ນໍາໃຊ້ເລກໝາຍໂທລະສັບທຸກລະບົບຈຳນວນ 181.187 ເລກໝາຍ, ສະເລ່ຍໃສ່ປະຊາກອນແມ່ນ 60 ເລກໝາຍ ຕໍ່ປະຊາກອນ 100 ຄົນ. ອົງການຈັດຕັ້ງກຳມະບານແຕ່ລະຮາກຖານໄດ້ເປີດກອງປະຊຸມໃຫຍ່ຂັ້ນຂອງຕົນສຳເລັດທຸກຮາກຖານ ສະມາຊິກກຳມະບານໄດ້ຮັບການຄັດເລືອກເປັນສະມາຊິກກຳມະບານ 5 ເປັນເຈົ້າ 4 ປີຊ້ອນ, ອົງການຈັດຕັ້ງຊາວໜຸ່ມໄດ້ເປີດກອງປະຊຸມໃຫຍ່ຂັ້ນຂອງຕົນສຳເລັດ, ໄດ້ຮັບນາມມະຍົດເປັນຊາວໜຸ່ມ 4 ບຸກ 4 ປີຊ້ອນ, ອົງການສະຫະພັນແມ່ຍິງກໍ່ໄດ້ເອົາໃຈໃສ່ປັບປຸງການຈັດຕັ້ງຂອງໜ່ວຍ ແລະ ພ້ອມກັນນັ້ນກໍ່ໄດ້ເປີດກອງປະຊຸມໃຫຍ່ຂອງແຕ່ລະໜ່ວຍສຳເລັດ, ອົງການຈັດຕັ້ງແມ່ຍິງໄດ້ຮັບນາມມະຍົດເປັນໜ່ວຍແມ່ຍິງ 3 ດີ 4 ປີຊ້ອນ. ໃນໄລຍະຜ່ານມາຮາກຖານພັກຂອງພວກເຮົາຍາມໃດກໍ່ມີຄວາມຕັ້ງໜ້າພະຍາຍາມໃນການປັບປຸງ ແລະ ກໍ່ສ້າງພັກໃຫ້ມີຄວາມເຂັ້ມແຂງ-ຮູ້ນໍາພາເປັນໜ່ວຍປອດໃສເຂັ້ມແຂງໜັກແໜ້ນ, ແຕ່ລະໜ່ວຍພັກໄດ້ຮັບໃບຢັ້ງຢືນຮັບຮອງຈາກຄະນະປະຈຳພັກແຂວງ ເປັນໜ່ວຍພັກປອດໃສເຂັ້ມແຂງຮອບດ້ານຫຼາຍປີຕິດຕໍ່ກັນ. ພ້ອມນີ້ ໃນກອງປະຊຸມຍັງໄດ້ເປັນເອກະພາບຮັບຮອງເອົາທິດທາງແຜນການໃນຊຸມປີຕໍ່ໜ້າເປັນຕົ້ນແມ່ນດ້ານການເມືອງ-ແນວຄິດ, ດ້ານວຽກງານວິຊາສະເພາະ, ວຽກງານອົງການຈັດຕັ້ງມະຫາຊົນ, ດ້ານວຽກງານ ປກສ-ປກຊ, ວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານດ້ານອື່ນໆ. ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ ຈຳນວນ 5 ສະຫາຍ ແລະ ເລືອກເອົາ ສະຫາຍ ລັງສີ ແກ້ວວິເສດ ເປັນເລຂາ, ສະຫາຍ ຫົງວິໄລ ຈຸນລະມົນຕີ ເປັນຮອງເລຂາ, ສະຫາຍ ວັດທະນາ ໄຊຍະແສງ ເປັນປະທານກວດກາ, ສະຫາຍ ວິລອນ ວັນນະບົວທອງ ເປັນກຳມະການ ແລະ ສະຫາຍ ສາຍເພັັດ ໄຊສົມພູ ເປັນກຳມະການ.
ໃນຕອນທ້າຍກອງປະຊຸມໄດ້ຟັງການໂອ້ລົມຈາກ ສະຫາຍ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດ ແຂວງບໍລິຄຳໄຊ, ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຮາກຖານພັກພະແນກ ປທສ ແຂວງ ຍາດມາໄດ້ໃນໄລຍະຜ່ານມາພ້ອມທັງໃຫ້ທິດຊີ້ນນຳຄະນະພັກຮາກຖານຊຸດໃໝ່ ຈົ່ງສືບຕໍ່ຊີ້ນຳ-ນຳພາ, ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກຂອງຕົນໃຫ້ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກຮາກຖານພະແນກ ປທສ ແຂວງ ຄັ້ງນີ້ໃຫ້ປະກົດຜົນເປັນຈິງ.