JP Magazine v2 - шаблон joomla Оригами
  • 1.jpg
  • 2.jpg
  • 3.jpg
  • 4.jpg
  • 5.jpg
  • 6.jpg
  • 7.jpg
  • 8.jpg
  • 77.jpg
  • 88.jpg
  • 99.jpg
  • IMG_0098.jpg
  • IMG_0100.jpg
  • IMG_0105.jpg
  • IMG_0111.jpg
  • IMG_0114.jpg
  • IMG_0175.jpg
  • IMG_0179.jpg
  • IMG_0214.jpg
  • IMG_0215.jpg

ເປົ້າໝາຍໃນການນຳໃຊ້ອຸປະກອນໄອທີ ໃຫ້ມີຄວາມປອດໄພ.

Written by Super User. Posted in ຂ່າວສານ

    I. ເປົ້າໝາຍ ທີ່ຢາກແນະນໍາໃຫ້ທ່ານປະຕິບັດເພື່ອໃຫ້ຄວາມປອດໄພທາງຄອມພີວເຕີມີດັ່ງນີ້:

  1. ກ່ອນຈະລຸອອກຈາກຈໍຄອມພິວເຕີຕ້ອງລ໋ອກໜ້າຈໍ.

ຖ້າຫາກທ່ານ ນຳໃຊ້ຄອມພິວເຕີ ຢູ່ຫ້ອງການ ຫຼື ຮ້ານອີນເຕີເນັດ ຄາເຟ່ ຕ້ອງຄິດເຫັນຄວາມສໍາຄັນຂອງຂໍ້ມູນສ່ວນຕົວ ຕ້ອງຄິດສະເໝີວ່າເມື່ອເຮົາບໍ່ນັ່ງຢູ່ໜ້າຈໍຄອມພິວເຕີ ອາດຈະມີຜູ້ທີ່ບໍ່ຫວັງດິເຂົ້າມາສວມຮອຍນໍາໃຊ້ສິດນຳບັນຊີ ເພື່ອເຂົ້າເຖິງຟາຍຂໍ້ມູນສຳຄັນຕ່າງໆ ຫຼື ອາດເຖິງຂັ້ນລຶບຂໍ້ມູນ ແລະ ຟາຍສຳຄັນນັ້ນ. ດັ່ງນັ້ນ, ກ່ອນຈະລຸກອອກຈາກໜ້າຈໍຄອມພິວເຕີ ກໍ່ຄວນລ໋ອກໜ້າຈໍ ໂດຍກົດປຸ່ມເທີງແປ້ນພີມ Windows key + L ກໍ່ສາມາດລ໋ອກໜ້າຈໍການໃຊ້ງານທັນທີ.

  1. ມືຖືຕ້ອງຕັ້ງລະຫັດຜ່ານ.

 ຫຼາຍຄົນມີແນວຄວາມຄິດວ່າ ມືຖືໃຊ້ງານພຽງຄົນດຽວ ແລະ ຂໍ້ມູນໃນນັ້ນກໍ່ບໍ່ໄດ້ມີຫຍັງສຳຄັນ ສະນັ້ນເຮົາຈຳເປັນຫຍັງຈື່ງຕ້ອງຕັ້ງລະຫັດຜ່ານອີກ; ຊຶ່ງເຫດຜົນນັ້ນ ອາດເປັນຄວາມຈີງໃນອາດິດ, ແຕ່ໃນປັດຈຸບັນນີ້ ມືຖືເປັນອຸປະກອນທີ່ມີການຈັດເກັບຂໍ້ມູນສ່ວນຕົວຂອງຜູ້ໃຊ້ໄວ້ຫຼາຍຢ່າງ ເຊັ່ນ: ຮູບພາບ, ອີເມວ, ແອັບພິເຄຊັ່ນທະນາຄານ, ຂໍ້ມູນການເຮັດທຸລະກຳທາງການເງີນອອນລາຍ ແລະ ອື່ນໆ. ດັ່ງນັ້ນ, ຖ້າຫາກທ່ານລືມ, ວາງມືຖືໄວ້ບ່ອນໃດໜື່ງອາດຈະເປິດໂອກາດໃຫ້ຜູ້ບໍ່ປະສົງດີ ສາມາດເຂົ້າເຖິງຂໍ້ມູນໃນເຄື່ອງໄດ້ ຊຶ່ງການຕັ້ງລະຫັດຜ່ານກໍ່ຈະຊ່ວຍປ້ອງກັນໄດ້ໃນລະດັບໜື່ງ.

  1. ບໍ່ໃຊ້ Wi-Fi ສາທາລະນະຢ່າງເດັດຂາດ.

ເມື່ອທ່ານເຂົ້າຮ້ານອາຫານ, ຮ້ານກາເຟ ຫຼື ສະຖານທີ່ສາທາລະນະອື່ນ ໃຫ້ຄິດໄວ້ສະເໝີວ່າ Wi-Fi ສາທາລະນະແມ່ນບໍ່ປອດໄພ. ນອກຈາກຈະສ່ຽງກັບສັນຍານວາຍຟາຍປອມ (Rouge Wi-Fi) ຫຼື Wi-Fi Hotspot ປອມແລ້ວ ຍັງອາດສ່ຽງຖືກດັກຂໍ້ມູນອີກດ້ວຍ. ທ່ານບໍ່ເຫັນເເກ່ຄວາມປະຢັດໃນການໃຊ້ອີນເຕີເນັດ ຫຼື ຄວາມໄວພຽງເລັກໜ້ອຍ ໂດຍຕ້ອງເເລກກັບຂໍ້ມູນສ່ວນຕົວ ທາງທີ່ດີຄວນນຳໃຊ້ອີນເຕີເນັດມືຖືຂອງຕົນເອງເປັນສື່ງທີ່ດີທີ່ສຸດ.

  1. ລະຫັດຜ່ານ (Password) ຕ້ອງຄາດເດົາຍາກ ແລະ ບໍ່ໃຊ້ຊ້ຳກັນ.

ຕໍ່ໄປນີ້ຈະບໍ່ຕັ້ງລະຫັດຜ່ານທີ່ຄາດເດົາໄດ້ງ່າຍ ແລະ ບໍ່ໃຊ້ Password ຊ້ຳກັນເດັດຂາດ. ເຖິງແມ່ນວ່າບັນຊີອອນລາຍຈະຫຼາຍຈົນຕັ້ງລະຫັດຜ່ານຫຼາຍໆຊຸດບໍ່ໄຫວກໍ່ຕາມ ແຕ່ການຕັ້ງລະຫັດຜ່ານພຽງເເຕ່ຊຸດດຽວໂດຍນຳໄປໃຊ້ກັບທຸກເວັບໄຊນັ້ນ ມັນເປັນຄວາມຄິດທີ່ຜິດ ເຊິ່ງນອກຈາກຈະບໍ່ປອດໄພແລ້ວຍັງສ່ຽງທີ່ຈະຖືກແຮັກທຸກບັນຊີອີກດ້ວຍ ແລະ ຄວາມເສຍຫາຍ ສູງໄປກວ່ານັ້ນກໍ່ຄື ແຮັກເກີ ອາດຈະເຂົ້າເຖີງຂໍ້ມູນການເງີນຂອງທ່ານໄດ້. ທາງທີ່ດີຕ້ອງຕັ້ງລະຫັດຜ່ານທີ່ບໍ່ຊ້ຳກັນ ຫຼື ຖ້າຈື່ບໍ່ໄດ້ທັງໝົດກໍ່ຄວນໃຊ້ ໂປຣແກຣມຈັດການລະຫັດຜ່ານ (Password Manager)  ເປັນທາງເລືອກໜື່ງໃນການຊວ່ຍຈັດການລະຫັດຜ່ານຕ່າງໆ.

  1. ເລີ່ມຕົ້ນສຳຮອງຂໍ້ມູນ (Backup)

ງົວເສຍແລ້ວຈື່ງອອ້ມຄອກ ຂອງບໍ່ເສຍບໍ່ຮູ້ສືກ ເປັນພາສິດລາວ ທີ່ມີຄວາມໝາຍວ່າ ເຮົາຫາກໍ່ຕື່ນຕົວ ເມືອເກິດຄວາມເສຍດາຍກັບສີ່ງທີ່ເສຍໄປ. ຂໍ້ມູນກໍ່ເຊັ່ນດຽວກັນ ຊື່ງການສຳຮອງຂໍ້ມູນ (Backup) ຈະຊວ່ຍຫຼຸດຜ່ອນຄວາມເສຍຫາຍໃນການສູນເສຍຂອງຂໍ້ມູນ ໃນກໍລະນີທີ່ເກິດເຫດການທີ່ບໍ່ຄາດຄິດ ແລະ ຍັງສາມາດກູ້ຄືນຂໍ້ມູນກັບມາໄດ້ທັນທີອິກດ້ວຍ. ດັ່ງນັ້ນ, ເຮົາຈື່ງສຳຮອງຂໍ້ມູນໃນມືຖື ຫຼື ຄອມພິວເຕີໄວ້ເປັນປະຈຳ.

  1. ຄິດກ່ອນຄລິກສະເໝີ.(Think Before Click).

ສີ່ງທີ່ຄວບຄຕູ່ກັນມາກັບອຸປະກອນໄອຊີທີໃນທຸກມື້ນີ້ກໍ່ຄືການເຊື່ອມຕໍ່ກັບອີນເຕິເນັດ ຫຼັງຈາກນີ້ເປັນຕົ້ນໄປກ່ອນຈະຄລິກລີ້ງໃດໆບໍ່ບໍ່ຈະເປັນລີ້ງທີ່ຄັດຕິດມາກັບອີເມວ ຫຼື ຜ່ານທາງສັງຄົມອອນລາຍ (Social Network) ທີ່ແຈ້ງມາຍັງຕົວທ່ານກ່ຽວກັບບັນຊີທີ່ຖືກລະງັບ ແລະ ຕ້ອງການຍືນຍັນຕົວຕົນອີກຄັ້ງໂດຍຈຳເປັນຕ້ອງໃສ່ Username ແລະ Password ຫຼື ກໍລະນີ Banner ຂອງເວັບໄຊທີ່ສະເເດງຂື້ນມາເພື່ອໃຫ້ດາວໂຫຼດໂປຣແກຣມເສີມຕ່າງໆ ຫຼື ແຈ້ງເຕືອນຄອມພິວເຕີຂອງທ່ານຕິດໄວຣັດ ແລະ ໃຫ້ດາວໂຫຼດໂປຣແກຣມແອນຕີ້ໄວຣັດ ເຫດການແບບນີ້ໃຫ້ຄິດກ່ອນຄລີກສະເໝີ. ຖ້າຫາກຫຼົງກົດໃນທັນທີຈາກທີ່ຈະໄດ້ໂປຣແກຣມມານຳໃຊ້ທ່ານອາດຈະໄດ້ຮັບມານແວ ຫຼື ໂປຣແກຣມປະສົງຮ້າຍມາຕິດຕັ້້ງທີ່ເຄື່ອງຄອມພິວເຕີຂອງທ່ານແທນ. ດັ່ງນັ້ນ, ຄວນສັງເກດເວລາເຂົ້າເວັບໄຊ ຖ້າຫາກມີລີ້ງແປກໆສະເເດງຂື້ນມາກໍ່ໃຫ້ກົດອອກ [ X ] ເພື່ອອອກຈາກເວັບໄຊດັ່ງກ່າວເພາະໝາຍຄວາມວ່າ ເວັບໄຊທີ່ທ່ານກຳລັງໃຊ້ງານຢູ່ນັ້ນບໍ່ປອດໄພ.

ສຳລັບເປົ້າໝາຍ 6 ຂໍ້ນີ້ ກໍ່ເປັນພຽງສ່ວນໜື່ງທີ່ທາງສູນສະກັກກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ຢາກແນະນຳໃຫ້ບັນດາທ່ານນຳໄປ ປະຕິບັດ ເພື່ອເປັນເພີ່ມຄວາມປອດໄພທາງໄຊເບີ ແລະ ສາມາດເອົາໄປແນະນຳຄົນອ້ອມຂ້າງຕົວທ່ານ ໃຫ້ຄຳນືງເຖີງຄວາມປອດໄພໃນການນຳໃຊໄອຊີທີໃນຍຸກດີຈີຕອນ 4.0 ນີ້ ເພື່ອການໃຊ້ອີນເຕີເນັດຢ່າງປອດໄພ ແລະ ຫຼີກຫ່າງອອກຈາກໄພຄຸກຄາມທາງໄຊເບີ.

 

 

ແຫຼ່ງຂໍ້ມູນຈາກ: ວາລະສານ ໄອຊີທີ ລາວ ສະບັບທີ່ 15

ການຂຶ້ນທະບຽນເລກໝາຍໂທລະສັບມືຖື ແລະ ຊິມເນັດ ໃນເງື່ອນໄຂໃໝ່ເພື່ອຮອງຮັບການບໍລິການໃນຍຸກເສດຖະກິດດິຈິຕອນ.

Written by Super User. Posted in ຂ່າວສານ

ການນຳໃຊ້ເຄື່ອງມືສື່ສານທີ່ສາມາດພົບຕິດຕົວໄປມາໄດ້ຕະຫຼອດເວລາທັງສາມາດນຳໃຊ້ອິນເຕີເນັດເພື່ອເຂົ້າໃຊ້ການບໍ ລິການຮູບແບບໃໝ່ເປັນຕົ້ນການດຳເນີນທຸລະກຳທາງດ້ານການເງິນ-ທະນາຄານ, ການສັ່ງອາຫານ, ການຈອງປີ້ຍົນ-ທີ່ພັກ, ການຮັບສົ່ງເອກະສານເອເລັກໂຕຣນິກຜ່ານເຄື່ອງໂທລະສັບມືຖືລຸ່ນໃໝ່ ຫຼື ເອີ້ນວ່າ ສະມາດໂຟນທີ່ສັງຄົມນັບແຕ່ເດັກນ້ອຍຊັ້ນອະນຸບານຂຶ້ນມາຮອດລຸ່ນຄົນເຮັດວຽກແມ່ນຮູ້ຈັກກັນດີ ແລະ ໃຊ້ເປັນປະຈຳວັນຈົນກາຍເປັນ ປັດໃຈທີ່ 5 ທີ່ຂາດບໍ່ໄດ້ໃນຍຸກປະຈຸບັນ. ພ້ອມດຽວກັນນັ້ນການພັດທະນາແອັບພລີເຄຊັນຕ່າງໆຖືກພັດທະນາຂຶ້ນມາເພື່ອຮັບໃຊ້ຄວາມຕ້ອງການຂອງສັງຄົມກໍ່ລ້ວມແຕ່ປັບໃຫ້ເຂົ້າກັບລະບົບມືຖືນັບມື້ນັບຫຼາກຫຼາຍຂຶ້ນ ຊື່ງເລກໝາຍໂທລະສັບມືຖືໄດ້ກາຍເປັນສິ່ງຢັ້ງຢືນຕົວຕົນໃຊ້ຂອງເຮົາໄປແລ້ວບໍ່ວ່າຈະໃຊ້ການບໍລິການປະເພດໃດລະບົບແມ່ນຈະຖາມຫາວ່າໃຊ້ເລກໝາຍໂທລະສັບໃດ ແລະ ຢູ່ໃສ, ການຂຶ້ນລະບຽນເລກໝາຍໂທລະສັບຫຼາຍປະເທດໃນທົ່ວໂລກກໍ່ໄດ້ເຮັດມາກ່ອນແລ້ວ ແລະ ຖືວ່າການຂຶ້ນລະບຽນເລກໝາຍໂທລະ ສັບແມ່ນເປັນສິ່ງຈຳເປັນທີ່ຕ້ອງໄດ້ມີການຄຸ້ມຄອງ ເພື່ອຮັບຮອງການເຊື່ອມໂຍງເຂົ້າທຸກລະບົບການໃຫ້ບໍລິການໃນຍຸກເສດຖະ ກິດດິຈິຕອນ ແລະ ຮັບປະກັນຄວາມປອດໄພໃນການນຳໃຊ້ສາມາດລະບຸຕົວຕົນໄດ້ຢ່າງສັດເຈນເວລາເກີດມີບັນຫາໃດໜຶ່ງ,  ເຊິ່ງໄລຍະຜ່ານມາ ບັນດາຂໍ້ມູນທີ່ມີຢູ່ແມ່ນຍັງບໍ່ທັນຕອບສະໜອງໄດ້ຕໍ່ຄວາມຕ້ອງການໃນໄລຍະໃໝ່ຈຶ່ງຈຳເປັນຕ້ອງໄດ້ຂຶ້ນທະ ບຽນຄືນໃໝ່ທັງໝົດທັງເບີໂທລະສັບປະເພດ: ລາຍເດືອນ, ຕື່ມເງິນ ແລະ ຊິມເນັດ.

ພະແນກ ປທສ ແຂວງ ສົມທົບກັບສາຂາບໍລິສັດໂທລະຄົມມະນາຄົມ ເຄື່ອນໄຫວຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມເນັດ ຢູ່ 2 ເມືອງພູດອຍ

Written by Super User. Posted in ຂ່າວສານ

 
ໂດຍປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ສະບັບເລກທີ 903/ປທສ, ລົງວັນທີ 30 ມີນາ 2020 ວ່າດ້ວຍການຂຶ້ນທະບຽນເລກໝາຍໂທລະສັບ; ໃນລະຫວ່າງວັນທີ 28-31 ກໍລະກົດ 2020 ທີ່ຜ່ານມາ, ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງບໍລິຄຳໄຊ ສົມທົບກັບສາຂາບໍລິສັດທີ່ໃຫ້ບໍລິການດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດເຊັ່ນ: ບໍລິສັດ ສະຕາ ໂທລະຄົມ ຈຳກັດ, ບໍລິສັດ ລາວໂທລະຄົມ ມະຫາຊົນ ແລະ ບໍລິສັດ ອີທີແອລ ຈຳກັດ ໄດ້ລົງເຄື່ອນໄຫວຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມເນັດ ຜ່ານແອັບ 3 ແກັບ ຢູ່ 2 ເມືອງພູດອຍຄື: ເມືອງວຽງທອງ ແລະ ເມືອງຄຳເກີດ ໂດຍການເປັນປະທານຂອງ ທ່ານ ລັງສີ ແກ້ວວິເສດ ຫົວໜ້າພະແນກ ປທສ ແຂວງ, ມີບັນດາຄະນະອຳນວຍການ ແລະ ພະນັກງານວິຊາການຂອງ 3 ບໍລະສັດໂທລະຄົມເຂົ້າຮ່ວມຢ່າງພ້ອມພຽງ.

ພະແນກ ປທສ ແຂວງບໍລິຄຳໄຊ ຈັດຕັ້ງເຊື່ອມຊືມເອກະສານທີ່ສຳຄັນ

Written by Super User. Posted in ຂ່າວສານ

 

ໃນຕອນເຊົ້າວັນທີ 16 ກໍລະກົດ 2020ທີ່ຜ່ານມານີ້, ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງບໍລິຄຳໄຊ ໄດ້ເຜີຍແຜ່ເຊື່ອມຊືມເອກະສານທີ່ສຳຄັນ ຈຳນວນ 6 ເອກະສານຄື: 1) ດຳລັດ ເລກທີ 127/ລບ, ລົງວັນທີ 20/02/2020 ວ່າດ້ວຍການຄວາມຮັບຜິດຊອບໃນການຕ້ານ ສະກັດກັ້ນການຟອກເງີນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; 2) ຄຳສັ່ງແນະນໍາ ເລກທີ 01/ຄຕຟງ, ລົງວັນທີ 08/01/2020 ວ່າດ້ວຍການດຳເນີນຄະດີຟອກເງີນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; 3) ຂໍ້ຕົກລົງຂອງເຈົ້າແຂວງ ເລກທີ 749/ຂບຊ, ລົງວັນທີ 10/12/2019 ວ່າດ້ວຍການກໍານົດເນື້ອໃນຂໍ້ແຂ່ງຂັນ ພາຍໃຕ້ຄໍາຂັວນ “ຮັກຊາດ ແລະ ພັດທະນາ”; 4) ຄໍາແນະນໍາຂອງພະແນກ ພາຍໃນແຂວງ ເລກທີ 140/ພພນ, ລົງວັນທີ 25/02/2020 ກ່ຽວກັບການຈັດຕັ້ງ

ພະແນກ ປທສ ແຂວງ ສົມທົບກັບສາຂາບໍລິສັດໂທລະຄົມມະນາຄົມ ເຄື່ອນໄຫວຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມເນັດ ຢູ່ 3 ເມືອງທົ່ງພຽງ

Written by Super User. Posted in ຂ່າວສານ

 
ໂດຍປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ສະບັບເລກທີ 903/ປທສ, ລົງວັນທີ 30 ມີນາ 2020 ວ່າດ້ວຍການຂຶ້ນທະບຽນເລກໝາຍໂທລະສັບ; ໃນລະຫວ່າງວັນທີ 2-8 ກໍລະກົດ 2020 ທີ່ຜ່ານມາ, ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງບໍລິຄຳໄຊ ສົມທົບກັບສາຂາບໍລິສັດທີ່ໃຫ້ບໍລິການດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດເຊັ່ນ: ບໍລິສັດ ສະຕາ ໂທລະຄົມ ຈຳກັດ, ບໍລິສັດ ລາວໂທລະຄົມ ມະຫາຊົນ ແລະ ບໍລິສັດ ອີທີແອລ ຈຳກັດ ໄດ້ລົງເຄື່ອນໄຫວຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມເນັດ ຜ່ານແອັບ 3 ແກັບ ຢູ່ 3 ເມືອງທົ່ງພຽງຄື: ເມືອງປາກຊັນ, ເມືອງທ່າພະບາດ ແລະ ເມືອງປາກກະດິງ ໂດຍການເປັນປະທານຂອງ ທ່ານ ລັງສີ ແກ້ວວິເສດ ຫົວໜ້າພະແນກ ປທສ ແຂວງ, ມີບັນດາຄະນະອຳນວຍການ ແລະ ພະນັກງານວິຊາການຂອງ 3 ບໍລະສັດໂທລະຄົມເຂົ້າຮ່ວມຢ່າງພ້ອມພຽງ.