ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງບໍລິຄຳໄຊ ຈັດຕັ້ງເຊື່ອມຊືມເອກະສານທີ່ສຳຄັນ ໃຫ້ແກ່ພະນັກງານ-ລັດຖະກອນ
ໃນຕອນເຊົ້າວັນທີ 17 ສິງຫາ 2021 ທີ່ຜ່ານມານີ້, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງບໍລິຄຳໄຊ ໄດ້ເຜີຍແຜ່ເຊື່ອມຊືມເອກະສານທີ່ສຳຄັນ ຈຳນວນ 4 ເອກະສານຄື: 1) ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນຳ ຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງີນ; 2) ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນຳພາ-ຊີ້ນຳ ຂອງຄະນະພັກແຕ່ລະ
ຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ; 3) ເອກະສານນໍາພາແນວຄິດຂອງຄະນະປະຈຳພັກແຂວງບໍລິຄຳໄຊ ເລກທີ 333/ຄປພ.ຂບຊ, ລົງວັນທີ 29 ມີຖຸນາ 2021 ກ່ຽວກັບການເພີ່ມທະວີການຊີ້ນຳວຽກງານການເມືອງ-ແນວຄິດໃນການສະກັດກັ້ນ ປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19; 4) ບົດແນະນຳຂອງຄະນະກວດກາສູນກາງພັກ ເລກທີ 194/ຄກສພ, ລົງວັນທີ 8 ກໍລະກົດ 2021 ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບຂອງພັກ ສະໄໝ XI ກ່ຽວກັບວຽກງານຕິດຕາມ, ກວດກາຂອງພັກ, ຄະນະກວດກາພັກ ແລະ ຄະນະວິໄນຂອງພັກແຕ່ລະຂັ້ນ. ໃຫ້ກຽດເຜີຍແຜ່ເອກະສານໃນຄັ້ງນີ້ມີທ່ານ ປິ່ນທອງແກ້ວ ສິງຫາກ້ອນຄຳ ຮອງຫົວໜ້າພະແນກ ຕສ ແຂວງ, ທ່ານ ວັດທະນາ ໄຊຍະແສງ ຮອງຫົວໜ້າພະແນກ ຕສ ແຂວງ ແລະ ທ່ານ ວັດທະນາ ສີສຸວັນທອງ ຮອງຫົວໜ້າພະແນກ ຕສ ແຂວງ, ມີບັນດາພະນັກງານ-ລັດຖະກອນ ພາຍໃນພະແນກເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ໃນກອງປະຊຸມທ່ານ ປິ່ນທອງແກ້ວ ສິງຫາກ້ອນຄຳ ຮອງຫົວໜ້າພະແນກ ຕສ ແຂວງ ກໍ່ໄດ້ເຜີຍແຜ່ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນຳ ຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງີນ ແລະ ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນຳພາ-ຊີ້ນຳ ຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ.
- ເຊິ່ງທ່ານໄດ້ເນັ້ນຢ້ຳເຖິງການນຳພາຂອງສະມາຊິກຜັນມາເປັນແບບຢ່າງໃນການນຳພາປະຕິບັດວຽກງານຂອງຕົນເອງຂອງອ້າຍນ້ອງພະນັກງານຢູ່ໃນກົມກອງຂອງຕົນ.
ທ່ານ ວັດທະນາ ສີສຸວັນທອງ ຮອງຫົວໜ້າພະແນກ ຕສ ແຂວງ ກໍ່ໄດ້ເຜີຍແຜ່ເອກະສານນໍາພາແນວຄິດຂອງຄະນະປະຈຳພັກແຂວງບໍລິຄຳໄຊ ເລກທີ 333/ຄປພ.ຂບຊ, ລົງວັນທີ 29 ມີຖຸນາ 2021 ກ່ຽວກັບການເພີ່ມທະວີການຊີ້ນຳວຽກງານການເມືອງ-ແນວຄິດໃນການສະກັດກັ້ນປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19.
- ໂດຍທ່ານໄດ້ເຊື່ອມຊຶມມີ3ຫົວຂໍ້ເອກະສານຄື: ການກຳເນິດຂອງພະຍາດ3ຄວິດ19 ແລະ ການສະກັດກັ້ນພະຍາດ,ການປ້ອງກັນ ແລະ ເພື່ອເຮັດວຽກງານປ້ອງກັນພະຍາດໂຄວິດ19ເປັນບູລີມະສິດຫຼັກຂອງພັກແລະລັດຖະບານ ສປປ ລາວ ໃນປັດຈຸບັນ.
ທ່ານ ວັດທະນາ ໄຊຍະແສງ ຮອງຫົວໜ້າພະແນກ ຕສ ແຂວງ ກໍ່ໄດ້ເຜີຍແຜ່ບົດແນະນຳຂອງຄະນະກວດກາສູນກາງພັກ ເລກທີ 194/ຄກສພ, ລົງວັນທີ 8 ກໍລະກົດ 2021 ວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບ
ຂອງພັກ ສະໄໝ XI ກ່ຽວກັບວຽກງານຕິດຕາມ, ກວດກາຂອງພັກ, ຄະນະກວດກາພັກ ແລະ ຄະນະວິໄນຂອງພັກແຕ່ລະຂັ້ນ.
- ເພິ່ນໄດ້ເລັ່ງຕິດຕາມກວດກາສະຫຼຸບຕີລາຄາປະເມີນຜົນການຖອດຖອນບົດຮຽນຫຼືເຮັດໜ້າທີການເມືອງຂອງສະມາຊິກພັກລັດໃນກົມກອງໃນກົມກອງໃຫ້ສຳເລັດດ້ວຍຮັບຜິດຊອບສູງ.