JP Magazine v2 - шаблон joomla Оригами

ເຈົ້າແຂວງບໍລິຄຳໄຊ ພົບປະໂອ້ລົມພະນັກງານ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງບໍລິຄຳໄຊ

Written by Super User. Posted in ກ່ຽວກັບພະແນກ

​​​​​ໃນຕອນເຊົ້າ​ວັນ​ທີ 5 ສິງຫາ 2021 ນີ້ ຢູ່ທີ່​ຫ້ອງ​ປະຊຸມ​ພະແນກເຕັກໂນໂລຊີ ແລະ ການສື່ສານ ​ແຂວງ​ບໍລິ​ຄຳ​ໄຊ, ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ​ພ້ອມດ້ວຍ​ຄະນະໄດ້​ລົງຢ້ຽມຢາມໂອ້​ລົມ​ພະນັກງານ ພະແນກເຕັກໂນໂລຊີ ​ແລະ ການ​ສື່ສານ ​ແຂວງ​ບໍລິ​ຄຳ​ໄຊ ພາຍຫຼັງປະກາດປ່ຽນຊື່ມາເປັນພະແນກ ເຕັກໂນໂລຊີ ແລະ ການສື່ສານ ໃນວັນທີ 23 ກໍລະກົດ 2021 ທີ່ຜ່ານມາ. ​ເຂົ້າ​ຮ່ວມ​ຮັບ​ຟັງ​ການ​ໂອ້ລົມ​ຄັ້ງ​ນີ້ ມີ​ທ່ານ ​ລັງສີ ແກ້ວວິເສດ ຫົວໜ້າ​ພະ​ແນ​ກເຕັກໂນໂລຊີ ແລະ ການສື່ສານ ​ແຂວງ, ມີ​ຄະນະພະແນກ, ພ້ອມດ້ວຍພະນັກງານ​-ລັດຖະກອນ​​ ພະ​ແນ​ກ ຕສ ​ແຂວງ ​ແລະ ບໍລິສັດ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ພາຍ​ໃນ​ແຂວງ​ເຂົ້າ​ຮ່ວມ​.

​          ໃນພິທີທ່ານ ລັງສີ ແກ້ວວິເສດ ຫົວໜ້າ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ລາຍລາຍສະພາບລວມໃນການຈັດຕັ້ງປະຕິບັດວຽກງານໃນໄລຍະ 6 ເດືອນຕົ້ນປີ ໃຫ້ກັບບັນດາຜູ້ເຂົ້າຮ່ວມໄດ້ຮັບຊາບ. ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ປະກອບມີພະນັກງານທັງໝົດຈໍານວນ 31 ທ່ານ ຍິງ 13 ທ່ານ ການເຄືອນໄຫວດ້ານວິຊາສະເພາະຕາມຂະແໜງການຕະຫຼອດໄລຍະຜ່ານມາ ໄດ້ຕັ້ງໜ້າຊີ້ນໍາບັນດາຂະແໜງການ ແລະ ເຄືອນໄຫວຕາມພາລະບົດບາດ-ໜ້າທີ ແລະ ຂອບເຂດສິດຂອງຕົນດ້ວຍຄວາມຮັບຜິດຊອບສູງ. ເປັນຕົ້ນແມ່ນການຄຸ້ມຄອງມະຫາພາກ ບັນດາບໍລິສັດ ທີ່ເຮັດການບໍລິການທາງດ້ານວຽກງານໄປສະນີ, ໂທລະຄົມມະນາຄົມພາຍໃນແຂວງ ໃຫ້ສາມາດດໍາເນີນທຸລະກິດມີປະສິດທີຜົນສູງ ແລະ ເຄື່ອນໄຫວທຸລະກິດຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ທີ່ທາງກະຊ່ວງວາງອອກ. ພ້ອມທັງໄດ້ເອົາໃຈໃສ່ໃນການເກັບກໍາຂໍ້ມູນ ສະຖິຕິປະຈໍາເດືອນ ຈາກບັນດາບໍລິສັດຢ່າງເປັນປົກກະຕິ ແລ້ວສັງລວມສົງໃຫ້ແຂວງ ແລະ ກະຊວງທີ່ກ່ຽວຂ້ອງຕາມກໍານົດເວລາ. ປະຈຸບັນທົ່ວແຂວງ ມີຜູ້ຊົມໃຊ້ເລກໝາຍໂທລະສັບທັງໝົດ 1 ແສນ 89 ພັນກວ່າເລກໝາຍ ສະເລ່ຍໃສ່ປະຊາກອນທົ່ວແຂວງເທົ່າກັບ 63 ເລກໝາຍຕໍປະຊາກອນ 100 ຄົນ. ໃນນີ້ ສັນຍານໂທລະສັບລະບົບ 2 ຈີ່ ກວມ 282 ບ້ານ ເທົ່າກັບ 96 ກວ່າ %ຂອງຈໍານວນບ້ານໃນທົ່ວແຂວງ ສັນຍານ 3 ຈີ່ ກວມ 283 ບ້ານ ເທົ່າກັບ 97 ກວ່າ % ຂອງຈໍານວນບ້ານທົ່ວແຂວງ. ສັນຍານລະບົບ 4 ຈີ່ກວມ 270 ບ້ານ ເທົ່າກັບ 94 ກວ່າ % ຂອງຈໍານວນບ້ານໃນທົ່ວແຂວງ. ເພຶ່ອເປັນບ່ອນອີງ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ໃນ 6 ເດືອນຕໍໜ້າ  ໄດ້ຮັບການຈັດຕັ້ງປະຕິບັດໄປຕາມທິດຊີ້ນໍາຂອງຂັ້ນເທິງວາງອອກ. ເປັນຕົ້ນແມ່ນການສ້າງຄວາມສາມັກຄີພາຍໃນພັກ - ການຈັດຕັ້ງບຸກຄະລາກອນຂັ້ນພະແນກເຂົ້າໃນໜ້າທີວຽກງານໃຫ້ມີຄວາມເໝາະສົມ  ການຄຸ້ມຄອງບໍລິສັດວິສະຫະກິດທີກ່ຽວຂ້ອງ, ການແກ້ໄຂບັນຫາສື່ສັງຄົມອ່ອນລາຍ, ລະບົບສັນຍານໃນຂອບເຂດພື້ນທີ່ຕ່າງໆພາຍໃນແຂວງ ແລະ ວຽກງານອື່ນໆ  ໂອກາດດັ່ງກ່າວ ທ່ານເຈົ້າແຂວງ ພ້ອມດ້ວຍບັນດາພະແນກການທີ່ກ່ຽວຂ້ອງທີເຂົ້າຮ່ວມ ຍັງໄດ້ຜັດປ່ຽນກັນ ຂຶ້ນປະກອບຄໍາຄິດເຫັນໃຫ້ທີດຊີນໍາຕໍ່ກອງປະຊຸມດັ່ງກ່າວຕື່ມອີກ.