JP Magazine v2 - шаблон joomla Оригами

ພິທີປະກາດການປ່ຽນຊື່ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ມາເປັນພະແນກເຕັກໂນໂລຊີ ແລະ ການສື່ສານ

Written by Super User. Posted in ກ່ຽວກັບພະແນກ

 

ໃນວັນທີ 23 ກໍລະກົດ 2021 ທີ່ຜ່ານມານີ້; ຢູ່ທີ່ຫ້ອງປະຊຸມເບີ 3 ຂອງຫ້ອງວ່າການປົກຄອງແຂວງ ແຂວງບໍລິຄຳໄຊ, ໄດ້ຈັດພິທີປະກາດການປ່ຽນຊື່ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ມາເປັນພະແນກເຕັກໂນໂລຊີ ແລະ ການສື່ສານ ແລະ ປະກາດແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງບໍລິຄຳໄຊ, ພາຍໃຕ້ການເປັນປະທານຂອງທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານ, ມີບັນດາຕາງໜ້າຈາກພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ, ສຳມະຊິກພັກ, ພະນັກງານພາຍໃນພະແນກການ, ຕາງໜ້າອົງການຈັດຕັ້ງທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ  ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ສະບັບເລກທີ 518/ຂບຊ, ລົງວັນທີ 22 ກໍລະກົດ 2021 ວ່າດ້ວຍການປ່ຽນຊື່ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ມາເປັນພະແນກເຕັກໂນໂລຊີ ແລະ ການສື່ສານ, ອີງຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖີ່ນ ເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015 ໝວດທີ 3 ມາດຕາທີ 11, ອີງຕາມມະຕິກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ວ່າດ້ວຍການຮັບຮອງເອົາໂຄງປະກອບກົງຈັກລັດຖະບານ ແລະ ສະມາຊິກລັດຖະບານ ສະບັບເລກທີ 09/ສພຊ, ລົງວັນທີ 22 ມີນາ 2021, ອີງຕາມມະຕິກອງປະຊຸມຄະນະປະຈຳສະພາປະຊາຊົນແຂວງບໍລິຄຳໄຊ ວ່າດ້ວຍການຮັບຮອງເອົາການຍຸບເລີກ, ປ່ຽນຊື່ພະແນກ, ຍົກຍ້າຍ ແລະ ແຕ່ງຕັ້ງຫົວໜ້າພະແນກການຂອງແຂວງ, ເຈົ້າແຂວງແຂວງບໍລິຄຳໄຊຕົກລົງ ວ່າດ້ວຍການປ່ຽນຊື່ພະແນກໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ມາເປັນພະແນກເຕັກໂນໂລຊີ ແລະ ການສື່ສານ, ພ້ອມກັນນີ້ໃນພິທີຍັງໄດ້ຮັບຟັງການຂື້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ, ອີງຕາມກົດໝາຍວ່າດ້ວຍການປົກຄອງທ້ອງຖີ່ນແຫ່ງ ສປປ ລາວ ກ່ຽວກັບສິດໜ້າທີ່ຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ, ອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍຸບເລີກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ເຈົ້າແຂວງບໍລິຄຳໄຊຕົກລົງແຕ່ງຕັ້ງທ່ານ ລັງສີ ແກ້ວວິເສດ ເປັນຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງບໍລິຄຳໄຊ ແລະ ເຫັນດີແຕ່ງຕັ້ງຮອງຫົວໜ້າພະແນກຈຳນວນ 3 ທ່ານຄື:

1.ທ່ານ ປິ່ນທອງແກ້ວ ສິງຫາກ້ອນຄຳ ເປັນຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງບໍລິຄຳໄຊ.

2.ທ່ານ ວັດທະນາ ໄຊຍະແສງ  ເປັນຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງບໍລິຄຳໄຊ.

  1. ທ່ານ ວັດທະນາ ສີສຸວັນທອງ ເປັນຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງບໍລິຄຳໄຊ.