JP Magazine v2 - шаблон joomla Оригами

ບໍລິສັດ ຢູນິເທວ ສາຂາ ແຂວງບໍລິຄຳໄຊ ມອບຄອມພິວເຕີຕັ້ງໂຕະ ໃຫ້ພະແນກ ປທສ ແຂວງບໍລິຄຳໄຊ

Written by Super User. Posted in ກ່ຽວກັບພະແນກ

ຕອນເຊົ້າວັນທີ 21 ເມສາ 2021 ນີ້ ຢູ່ທີ່ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງບໍລິຄຳໄຊບໍລິສັດ ຢູນິເທວ ສາຂາ ແຂວງບໍລິຄຳໄຊ ໄດ້ນຳເອົາຄອມພິວເຕີຕັ້ງໂຕະ ຈຳນວນ 1 ເຄື່ອງ ລວມມູນຄ່າ 3.950.000 ມາມອບໃຫ້ພະແນກ ປທສ ແຂວງບໍລິຄຳໄຊ ກ່າວມອບໂດຍທ່ານ ນາງ ດາວວອນ ເພັດສານຸພົນ ອຳນວຍການ ບໍລິສັດ ຢູນິເທວ ສາຂາ ແຂວງບໍລິຄຳໄຊ, ກ່າວຮັບໂດຍທ່ານ ລັງສີ ແກ້ວວິເສດ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ປທສ ແຂວງບໍລິຄຳໄຊ ພ້ອມຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ດາວວອນ ເພັດສານຸພົນ ອຳນວຍການບໍລິສັດ ຢູນິເທວ ສາຂາ ແຂວງບໍລິຄຳໄຊ ເຊິ່ງທ່ານໄດ້ກ່າວວ່າການນຳເອົາອຸປະກອນຄອມພິວເຕີມາມອບໃຫ້ຄັ້ງນີ້ ກໍ່ຍ້ອນເຫັນໄດ້ຄວາມໝາຍ, ຄວາມສຳຄັນໃນການປະຕິບັດວຽກງານຂອງພະແນກ ປທສ ແຂວງ ທີ່ຍັງຂາດເຂີນ ເປັນຕົ້ນແມ່ນອຸປະກອນຄອມພິວເຕີ ເພື່ອນຳໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະໃຫ້ມີຄວາມວ່ອງໄວກວ່າເກົ່າ.