JP Magazine v2 - шаблон joomla Оригами

ຄະນະພັກຮາກຖານພະແນກ ປທສ ແຂວງບໍລິຄຳໄຊ ຈັດຕັ້ງເຊື່ອມຊືມເອກະສານທີ່ສຳຄັນ ແລະ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020

Written by Super User. Posted in ກ່ຽວກັບພະແນກ

ໃນຕອນເຊົ້າວັນທີ 6 ເມສາ 2021 ທີ່ຜ່ານມານີ້, ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງບໍລິຄຳໄຊ ໄດ້ຈັດຕັ້ງການເຜີຍແຜ່ເຊື່ອມຊືມເອກະສານທີ່ສຳຄັນ ຈຳນວນ 4 ເອກະສານຄື: 1) ຄຳສັ່ງຂອງຄະນະປະຈຳພັກແຂວງ ສະບັບເລກທີ 244/ຄປພ.ຂບຊ, ລົງວັນທີ 22 ມີນາ 2021 ກ່ຽວກັບການກະກຽມ ແລະ ສະຫຼອງບັນດາວັນສຳຄັນປະຫວັດສາດລະດັບຊາດ ປີ 2021; 2) ຄຳແນະນຳ ຂອງເຈົ້າແຂວງ ສະບັບເລກທີ 03/ຂບຊ, ລົງວັນທີ 22 ມີນາ 2021 ກ່ຽວກັບການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ; 3) ແຈ້ງການແນະນໍາຄະນະກວດກາພັກແຂວງ ສະບັບເລກທີ 187/ຄກພ.ຂບຊ, ລົງວັນທີ 23 ມີນາ 2021 ກ່ຽວກັບການສະເຫຼີມສະຫຼອງ ແລະ ປາຖະກະຖາມູນເຊື້ອວັນສ້າງຕັ້ງອົງການກວດກາພັກ-ລັດ ສປປ ລາວ ຄົບຮອບ 39 ປີ; 4) ແຈ້ງການແນະນຳຂອງຄະນະຈັດຕັ້ງແຂວງ ສະບັບເລກທີ 180/ຄຈ.ຂບຊ, ລົງວັນທີ 4 ມີນາ 2021 ກ່ຽວກັບການປະກອບເອກະສານເຂົ້າພັກ. ໃຫ້ກຽດເຜີຍແຜ່ເອກະສານໃນຄັ້ງນີ້ມີທ່ານ ລັງສີ ແກ້ວວິເສດ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ປທສ ແຂວງ ແລະ ທ່ານ ຫົງວິໄລ ຈຸນລະມົນຕີ ຮອງເລຂາຄະນະພັກຮາກຖານ ອຳນວຍການບໍລິສັດ ລາວໂທລະຄົມມະຫາຊົນ ສາຂາແຂວງບໍລິຄຳໄຊ, ມີຄະພັກຮາກຖານ, ມີຄະນະໜ່ວຍພັກຂື້ນກັບ ແລະ ຕາງໜ້າຄະນະກວດກາພັກ ແຂວງເຂົ້າຮ່ວມ.

ໃນກອງປະຊຸມທ່ານ ລັງສີ ແກ້ວວິເສດ ເລຂາຄະນະພັກຮາກຖານຫົວໜ້າພະແນກ ປທສ ແຂວງ ກໍ່ໄດ້ເຜີຍແຜ່ຄຳສັ່ງຂອງຄະນະປະຈຳພັກແຂວງ ສະບັບເລກທີ 244/ຄປພ.ຂບຊ, ລົງວັນທີ 22 ມີນາ 2021 ກ່ຽວກັບການກະກຽມ ແລະ ສະຫຼອງບັນດາວັນສຳຄັນປະຫວັດສາດລະດັບຊາດ ປີ 2021; ຄຳແນະນຳ ຂອງເຈົ້າແຂວງ ສະບັບເລກທີ 03/ຂບຊ, ລົງວັນທີ 22 ມີນາ 2021 ກ່ຽວກັບການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ

 ຈາກນັ້ນທ່ານ ຫົງວິໄລ ຈຸນລະມົນຕີ ຮອງເລຂາຄະນະພັກຮາກຖານ ກໍ່ໄດ້ເຜີຍແຜ່ແຈ້ງການແນະນໍາຄະນະກວດກາພັກແຂວງ ສະບັບເລກທີ 187/ຄກພ.ຂບຊ, ລົງວັນທີ 23 ມີນາ 2021 ກ່ຽວກັບການສະເຫຼີມສະຫຼອງ ແລະ ປາຖະກະຖາມູນເຊື້ອວັນສ້າງຕັ້ງອົງການກວດກາພັກ-ລັດ ສປປ ລາວ ຄົບຮອບ 39 ປີ; ແຈ້ງການແນະນຳຂອງຄະນະຈັດຕັ້ງແຂວງ ສະບັບເລກທີ 180/ຄຈ.ຂບຊ, ລົງວັນທີ 4 ມີນາ 2021 ກ່ຽວກັບການປະກອບເອກະສານເຂົ້າພັກ.

ໃນຕອນທ້າຍຂອງກອງປະຊຸມຍັງໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020 ໃຫ້ແກ່ 4 ໜ່ວຍພັກຂື້ນກັບຄະນະພັກຮາກຖານ. ໃຫ້ກຽດມອບໂດຍທ່ານ ລັງສີ ແກ້ວວິເສດ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ປທສ ແຂວງ ແລະ ຮັບໂດຍຕາງໜ້າຄະນະໜ່ວຍພັກ 4 ໜ່ວຍພັກຂື້ນກັບຄື: ໜ່ວຍພັກພະແນກ ປທສ ແຂວງບໍລິຄຳໄຊ, ໜ່ວຍພັກບໍລິສັດ ລັດວິສາຫະກິດ ໄປສະນີ ແຂວງບໍລິຄຳໄຊ, ໜ່ວຍພັກບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ ສາຂາແຂວງບໍລິຄຳໄຊ ແລະ ໜ່ວຍພັກບໍລິສັດ ອີທີແອລ ຈຳກັດ ສາຂາແຂວງບໍລິຄຳໄຊ.