JP Magazine v2 - шаблон joomla Оригами

ໜ່ວຍແມ່ຍິງພະແນກ ປທສ ແຂວງບໍລິຄຳໄຊ ຫວນຄືນມູເຊື້ອວັນແມ່ຍິງສາກົນ ຄົບຮອບ 111 ປີ

Written by Super User. Posted in ກ່ຽວກັບພະແນກ

ໃນວັນທີ 1 ເມສາ 2020 ຢູທີ່ຫ້ອງປະຊຸມພະແນກ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງບໍລິຄຳໄຊ, ໄດ້ຈັດຕັ້ງປາຖະກະຖາລະນຶກ ວັນແມ່ຍິງສາກົນ ຄົບຮອບ 111 ປີ (8 ມີນາ 1910 – 8 ມີນາ 2021) ເປັນກຽດເຂົ້າຮ່ວມ ແລະ ເຜີຍແຜ່ເອກະສານຂອງທ່ານ ວັດທະນາ ສີສຸວັນທອງ ຮອງເລຂາໜ່ວຍພັກ ຮອງຫົວໜ້າພະແນກ ປທສ ແຂວງ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມີສະມາຊິກແມ່ຍິງພາຍໃນໜ່ວຍຂອງຕົນເຂົ້າຮ່ວມຢ່າງພ້ອມພຽງ.

ເຊີ່ງທ່ານໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ເປັນເຫດການເມືອງທີ່ສຳຄັນເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນຊອບທຳໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ ແລະ ຂໍ້ແຂ່ງຂັນ 3 ດີທີສະຫະພັນແ່ຍິງເຮົາຕ້ອງໄດ້ສືບຕໍ່ເອົາໃຈໃສ່ ແລະ ຮັກສາໄວ້ໃຫ້ໄດ້ໃນທຸກໆປີ ຈາກນັ້ນຍັງໄດ້ມອບໃບຢັ້ງຢືນແມ່ຍິງ 3 ດີ ປະຈຳປີ 2020  ໃຫ້ສະຫະພັນແມ່ຍິງ ໜ່ວຍພະແນກ ປທສ ແຂວງ.