ພະແນກ ປທສ ແຂວງບໍລິຄຳໄຊ ຈັດຕັ້ງເຊື່ອມຊືມເອກະສານໃຫ້ແກ່ພະນັກງານ-ສະມາຊິກພັກ ພາຍໃນຂົງເຂດຂອງຕົນຂື້ນ.
ໃນຕອນເຊົ້າວັນທີ 14 ມັງກອນ 2021 ທີ່ຜ່ານມານີ້, ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງບໍລິຄຳໄຊ ໄດ້ເຜີຍແຜ່ເຊື່ອມຊືມເອກະສານ ເພື່ອຫວນຄືນມູນສອງວັນປະຫວັດສາດຂອງຊາດຂື້ນ ຢູ່ທີ່ຫ້ອງປະຊຸມບໍລິສັດ ລາວໂທລະຄົມ ມະຫາຊົນ ສາຂາແຂວງບໍລິຄຳໄຊ ເອກະສານທີ່ນຳມາເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ມີ 3 ເອກະສານຄື: 1) ວັນສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ, 2) ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ, 3) ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ II ຄະນະພັກຮາກຖານພະແນກ ປທສ ແຂວງບໍລິຄຳໄຊ ແລະ ຂໍ້ກຳນົດ ວ່າດ້ວຍພາລະບົດບາດ, ໜ້າທີ່, ສິດ ແລະ ແບບແຜນວິທີເຮັດວຽກຂອງຄະນະພັກຮາກຖານ. ໃຫ້ກຽດເຜີຍແຜ່ເອກະສານໃນຄັ້ງນີ້ມີທ່ານ ລັງສີ ແກ້ວວິເສດ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ປທສ ແຂວງ ແລະ ທ່ານ ຫົງວິໄລ ຈູນລະມູນຕີ ຮອງເລຂາຄະນະພັກຮາກຖານ ອຳນວຍການ ບໍລິສັດ ລາວໂທລະຄົມ ມະຫາຊົນ ສາຂາແຂວງບໍລິຄຳໄຊ, ມີບັນດາພະນັກງານ-ສະມາຊິກພັກ ພາຍໃນຂົງເຂດ ປທສ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ໃນກອງປະຊຸມທ່ານ ລັງສີ ແກ້ວວິເສດ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ປທສ ແຂວງ ກໍ່ໄດ້ເຜີຍແຜ່ເອກະສານ ຫວນຄືນມູນເຊື້ອ ວັນສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ. ໂອກາດນີ້ທ່ານໄດ້ຍົກໃຫ້ເຫັນເຖິງປະຫວັດ ແລະ ຄວາມເປັນມາຂອງວັນດັ່ງກ່າວຄື ວັນຊາດທີ 2 ທັນວາ ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວ, ຄົນລາວ ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະລະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດອັນແທ້ຈິງ. ພ້ອມນີ້ຍັງໄດ້ຍົກໃຫ້ເຫັນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງທ່ານປະທານ ໄກສອນ ພົມວິຫານ ເນື່ອງໃນວັນຄ້າຍວັນເກີດຂອງທ່ານ ຄົບຮອບ 100 ປີ ຄືວັນທີ 13 ທັນວາ 1920 - 13 ທັນວາ 2020 ທ່ານແມ່ນນັກຮັກຊາດຜູ້ຍິ່ງໃຫຍ່ ແມ່ນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ ແມ່ນນັກປະຕິວັດຜູ້ດີເລີດ, ມີໄຫວພິກອັນແຫຼມຄົມ ແລະ ມີນ້ຳໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນເປັນຜູ້ນຳທີ່ແສນເຄົາລົບຮັກຂອງພັກລັດ ເປັນວິລະບູລຸດຂອງຊາດລາວເຮົາ.
ຈາກນັ້ນທ່ານ ຫົງວິໄລ ຈູນລະມູນຕີ ຮອງເລຂາຄະນະພັກຮາກຖານ, ອໍານວຍການ ບໍລິສັດ ລາວໂທລະຄົມ ມະຫາຊົນ ສາຂາ ແຂວງບໍລິຄຳໄຊ ກໍ່ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ II ຄະນະພັກຮາກຖານ ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງບໍລິຄຳໄຊ ແລະ ຂໍ້ກຳນົດວ່າດ້ວຍພາລະບົດບາດ, ໜ້າທີ່, ສິດ ແລະ ແບບແຜນວິທີເຮັດວຽກຂອງຄະນະພັກຮາກຖານພະແນກ ປທສ ແຂວງຕື່ມອີກ.