ກົມກວດກາ ກະຊວງ ປທສ ຢ້ຽມຢາມ ແລະ ເຮັດວຽກຢູ່ພະແນກ ປທສ ແຂວງບໍລິຄຳໄຊໃນວັນທີ 12 ມັງກອນ 2021 ຜ່ານມານີ້; ທ່ານ ສະກຸນຄຳ ແກ້ວບຸນຍາສິດ ຮັກສາການຫົວໜ້າກົມ ກວດກາ ກະຊວງ ປທສ ພ້ອມຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງບໍລິຄຳໄຊ ໃຫ້ກຽດຕ້ອນຮັບໂດຍທ່ານ ລັງສີ ແກ້ວວິເສດ ເລຂາຄ
ໃນວັນທີ 12 ມັງກອນ 2021 ຜ່ານມານີ້; ທ່ານ ສະກຸນຄຳ ແກ້ວບຸນຍາສິດ ຮັກສາການຫົວໜ້າກົມ ກວດກາ ກະຊວງ ປທສ ພ້ອມຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງບໍລິຄຳໄຊ ໃຫ້ກຽດຕ້ອນຮັບໂດຍທ່ານ ລັງສີ ແກ້ວວິເສດ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ປທສ ແຂວງບໍລິຄຳໄຊ ພ້ອມຄະນະ, ຈຸດປະສົງໃນການລົງມາເຄື່ອນໄຫວວຽກງານຄັ້ງນີ້ກໍ່ເພື່ອເປັນການຊຸກຍູ້ວຽກງານຕິດຕາມ, ກວດກາ ຕາມຂະແໜງສາຍຕັ້ງ ແລະ ກວດກາຄືນການແກ້ໄຂຜົນການກວດກາຢູ່ສາຂາບໍລິສັດ ໄປສະນີ ໃນຊຸມປີຜ່ານມາ.
ໃນໂອກາດດັ່ງກ່າວນີ້ທ່ານ ວັດທະນາ ສີສຸວັນທອງ ຮອງຫົວໜ້າພະແນກ ປທສ ແຂວງບໍລິຄຳໄຊ ກໍ່ໄດ້ລາຍງານສະພາບ ການຈັດຕັ້ງປະຕິບັດວຽກງານ ປທສ ໃນໄລຍະຜ່ານມາ ໂດຍຍົກໃຫ້ເຫັນຜົນງານການເຄື່ອນໄຫວວຽກງານທີ່ພົ້ນເດັ່ນ, ຂໍ້ຫຍຸ້ງຍາກໃນການເຄື່ອນໄຫວວຽກງານຕິດຕາມກວດກາ, ຈາກນັ້ນຜູ້ເຂົ້າຮ່ວມກໍ່ໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ, ໂດຍສະເພາະແມ່ນຂອດການປະສານງານ, ການສະຫຼຸບລາຍງານ ວຽກງານຕິດຕາມກວດທັງສາຍຕັ້ງ ແລະ ສາຍຂວາງໃຫ້ເປັນປົກກະຕິ, ໃນຕອນທ້າຍກົມກວດກາກະຊວງ ປທສ ໄດ້ມອບເອກະສານຈຳນວນໜື່ງໃຫ້ພະແນກ ປທສ ແຂວງບໍລິຄຳໄຊ ເພື່ອຄົ້ນຄວ້າ ແລະ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານກວດກາ ຂອງພະແນກ ປທສ ແຂວງບໍລິຄຳໄຊໃນຕໍ່ໜ້າ.