JP Magazine v2 - шаблон joomla Оригами

ຄະນະພັກຮາກຖານ ພະແນກ ປທສ ແຂວງບໍລິຄຳໄຊ ເປີດບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020

Written by Super User. Posted in ກ່ຽວກັບພະແນກ

ບັ້ນດຳເນີນຊີວິດການເມືອງກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຄະນະພັກຮາກຖານ ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 7 ທັນວາ 2020 ຢູ່ຫ້ອງປະຊຸມບໍລິສັດ ລາວໂທລະຄົມມະຫາຊົນ ສາຂາ ຂວງບໍລິຄຳໄຊ ໂດຍການເປັນປະທານຂອງສະຫາຍ ລັງສີ ແກ້ວວິເສດ ເລຂາຄະນະພັກຮາກຖານພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງບໍລິຄຳໄຊ, ມີຄະນະພັກຮາກຖານ, ຄະນະຊຸກຍູ້ຕິດຕາມກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂັ້ນແຂວງ, ເລຂາໜ່ວຍພັກ ພ້ອມດ້ວຍສະມາຊິພັກສົມບູນ ແລະ ສຳຮອງ ພາຍໃນ 4 ໜ່ວຍພັກ ທີ່ຂື້ກັບຄະນະພັກຮາກຖານພະແນກ ປທສ ຂວງ ເຂົ້ົ້າຮ່ວມ.

ໃນບັ້ນດຳເນີນຊີວິດການເມືອງຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ເຊື່ອມຊຶມເອກະສານ, ເຊິ່ງປະກອບມີ 3 ບົດຄື: ຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຄໍາສັ່ງຂອງຄະນະປະຈໍາພັກແຂວງ ເລກທີ 827/ຄປພ.ຂບຊ, ລົງວັນທີ 23 ກໍລະກົດ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ຜ່ານການຄົ້ນຄ້ວາເຊື່ອມຊຶມບັນດາເອກະສານເຫຼົ່ານີ້ແລ້ວ, ໄດ້ຜ່ານຮ່າງບົດສະຫຼຸບ ແລະ ທິດທາງແຜນການໃນປີຕໍ່ໄປ, ສະມາຊິກພັກແຕ່ລະສະຫາຍໄດ້ປະກອບຄຳເຫັນໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການໃນປີຕໍ່ໄປ ເພື່ອຕີລາຄາຄຸນນະພາບ, ແບ່ງປະເພດໜ່ວຍພັກ, ຈາກນັ້ນກໍ່ໄດ້ຜ່ານໃບສຳຫຼວດຕົນເອງ ເພື່ອກວດກາຕີລາຄາຄືນ ການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນຮັບຜິດຊອບໃນໄລຍະ 1 ປີຜ່ານມາ, ເຊິ່ງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ການປະກອບຄໍາຄິດຄຳເຫັນຕຳນິສົ່ງຂ່າວເພື່ອກໍ່ສ້າງ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ພ້ອມທັງຄະນະພັກຕີລາຄາແບ່ງປະເພດຂອງໜ່ວຍພັກ ແລະ ສະມາຊິກພັກ ຕາມ 5 ເນື້ອໃນຂອງການກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຄື: ດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ແບບແຜນການນຳພາ ແລະ ຄວາມຮັບຜິດຊອບນຳພາປະຕິບັດໜ້າທີ່ການເມືອງ. ຜ່ານການຕີລາຄຸນນະພາບແບ່ງປະເພດໜ່ວຍພັກ, ສະມາຊິກພັກ ເຫັນວ່າ ມີສະມາຊິກພັກແຂງ 13 ສະຫາຍ, ຍິງ 5 ສະຫາຍ, ກວມເອົາ 100%, ໜ່ວຍພັກຄະແນນລວມ 5 ເນື້ອໃນໄດ້ 9,4 ຄະແນນ, ສາມາດສະເໜີຄະນະພັກຂັ້ນເທິງຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຕືມອີກສະໄໝໜຶ່ງ.