JP Magazine v2 - шаблон joomla Оригами

ກົມກວດກາ ກະຊວງ ປທສ ຢ້ຽມຢາມ ແລະ ເຮັດວຽກຢູ່ພະແນກ ປທສ ແຂວງບໍລິຄຳໄຊໃນວັນທີ 12 ມັງກອນ 2021 ຜ່ານມານີ້; ທ່ານ ສະກຸນຄຳ ແກ້ວບຸນຍາສິດ ຮັກສາການຫົວໜ້າກົມ ກວດກາ ກະຊວງ ປທສ ພ້ອມຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງບໍລິຄຳໄຊ ໃຫ້ກຽດຕ້ອນຮັບໂດຍທ່ານ ລັງສີ ແກ້ວວິເສດ ເລຂາຄ

Written by Super User. Posted in ກ່ຽວກັບພະແນກ

ໃນວັນທີ 12 ມັງກອນ 2021 ຜ່ານມານີ້; ທ່ານ ສະກຸນຄຳ ແກ້ວບຸນຍາສິດ ຮັກສາການຫົວໜ້າກົມ ກວດກາ ກະຊວງ ປທສ ພ້ອມຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງບໍລິຄຳໄຊ ໃຫ້ກຽດຕ້ອນຮັບໂດຍທ່ານ ລັງສີ ແກ້ວວິເສດ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ປທສ ແຂວງບໍລິຄຳໄຊ ພ້ອມຄະນະ, ຈຸດປະສົງໃນການລົງມາເຄື່ອນໄຫວວຽກງານຄັ້ງນີ້ກໍ່ເພື່ອເປັນການຊຸກຍູ້ວຽກງານຕິດຕາມ, ກວດກາ ຕາມຂະແໜງສາຍຕັ້ງ ແລະ ກວດກາຄືນການແກ້ໄຂຜົນການກວດກາຢູ່ສາຂາບໍລິສັດ ໄປສະນີ ໃນຊຸມປີຜ່ານມາ.

ກົມແຜນການ ແລະ ການຮ່ວມມື ກະຊວງ ປທສ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ

Written by Super User. Posted in ກ່ຽວກັບພະແນກ

ໃນວັນທີ 23 ພະຈິກ 2020 ຜ່ານມານີ້, ຢູ່ທີ່ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງບໍລິຄຳໄຊ, ທ່ານ ລັງສີ ແກ້ວວິເສດ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ປທສ ແຂວງບໍລິຄຳໄຊ ໄດ້ຕ້ອນຮັບທ່ານ ເສົານະຄອນ ເພັດວິຫານ ຮອງຫົວໜ້າກົມ ແຜນການ ແລະ ການຮ່ວມມື ພ້ອມຄະນະ, ມີບັນດາຫົວໜ້າຂະແໜງ, ຮອງຂະແໜງ ພາຍໃນພະແນກເຂົ້າຮ່ວມ.

ຄະນະພັກຮາກຖານ ພະແນກ ປທສ ແຂວງບໍລິຄຳໄຊ ເປີດບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020

Written by Super User. Posted in ກ່ຽວກັບພະແນກ

ບັ້ນດຳເນີນຊີວິດການເມືອງກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຄະນະພັກຮາກຖານ ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 7 ທັນວາ 2020 ຢູ່ຫ້ອງປະຊຸມບໍລິສັດ ລາວໂທລະຄົມມະຫາຊົນ ສາຂາ ຂວງບໍລິຄຳໄຊ ໂດຍການເປັນປະທານຂອງສະຫາຍ ລັງສີ ແກ້ວວິເສດ ເລຂາຄະນະພັກຮາກຖານພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງບໍລິຄຳໄຊ, ມີຄະນະພັກຮາກຖານ, ຄະນະຊຸກຍູ້ຕິດຕາມກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂັ້ນແຂວງ, ເລຂາໜ່ວຍພັກ ພ້ອມດ້ວຍສະມາຊິພັກສົມບູນ ແລະ ສຳຮອງ ພາຍໃນ 4 ໜ່ວຍພັກ ທີ່ຂື້ກັບຄະນະພັກຮາກຖານພະແນກ ປທສ ຂວງ ເຂົ້ົ້າຮ່ວມ.

ຄະນະພັກຮາກຖານພະແນກ ປທສ ແຂວງບໍລິຄຳໄຊ ຈັດຕັ້ງເຊື່ອມຊືມເອກະສານທີ່ສຳຄັນ ແລະ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020

Written by Super User. Posted in ກ່ຽວກັບພະແນກ

ໃນຕອນເຊົ້າວັນທີ 6 ເມສາ 2021 ທີ່ຜ່ານມານີ້, ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງບໍລິຄຳໄຊ ໄດ້ຈັດຕັ້ງການເຜີຍແຜ່ເຊື່ອມຊືມເອກະສານທີ່ສຳຄັນ ຈຳນວນ 4 ເອກະສານຄື: 1) ຄຳສັ່ງຂອງຄະນະປະຈຳພັກແຂວງ ສະບັບເລກທີ 244/ຄປພ.ຂບຊ, ລົງວັນທີ 22 ມີນາ 2021 ກ່ຽວກັບການກະກຽມ ແລະ ສະຫຼອງບັນດາວັນສຳຄັນປະຫວັດສາດລະດັບຊາດ ປີ 2021; 2) ຄຳແນະນຳ ຂອງເຈົ້າແຂວງ ສະບັບເລກທີ 03/ຂບຊ, ລົງວັນທີ 22 ມີນາ 2021 ກ່ຽວກັບການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ; 3) ແຈ້ງການແນະນໍາຄະນະກວດກາພັກແຂວງ ສະບັບເລກທີ 187/ຄກພ.ຂບຊ, ລົງວັນທີ 23 ມີນາ 2021 ກ່ຽວກັບການສະເຫຼີມສະຫຼອງ ແລະ ປາຖະກະຖາມູນເຊື້ອວັນສ້າງຕັ້ງອົງການກວດກາພັກ-ລັດ ສປປ ລາວ ຄົບຮອບ 39 ປີ; 4) ແຈ້ງການແນະນຳຂອງຄະນະຈັດຕັ້ງແຂວງ ສະບັບເລກທີ 180/ຄຈ.ຂບຊ, ລົງວັນທີ 4 ມີນາ 2021 ກ່ຽວກັບການປະກອບເອກະສານເຂົ້າພັກ. ໃຫ້ກຽດເຜີຍແຜ່ເອກະສານໃນຄັ້ງນີ້ມີທ່ານ ລັງສີ ແກ້ວວິເສດ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ປທສ ແຂວງ ແລະ ທ່ານ ຫົງວິໄລ ຈຸນລະມົນຕີ ຮອງເລຂາຄະນະພັກຮາກຖານ ອຳນວຍການບໍລິສັດ ລາວໂທລະຄົມມະຫາຊົນ ສາຂາແຂວງບໍລິຄຳໄຊ, ມີຄະພັກຮາກຖານ, ມີຄະນະໜ່ວຍພັກຂື້ນກັບ ແລະ ຕາງໜ້າຄະນະກວດກາພັກ ແຂວງເຂົ້າຮ່ວມ.

ບໍລິສັດ ຢູນິເທວ ສາຂາ ແຂວງບໍລິຄຳໄຊ ມອບຄອມພິວເຕີຕັ້ງໂຕະ ໃຫ້ພະແນກ ປທສ ແຂວງບໍລິຄຳໄຊ

Written by Super User. Posted in ກ່ຽວກັບພະແນກ

ຕອນເຊົ້າວັນທີ 21 ເມສາ 2021 ນີ້ ຢູ່ທີ່ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງບໍລິຄຳໄຊບໍລິສັດ ຢູນິເທວ ສາຂາ ແຂວງບໍລິຄຳໄຊ ໄດ້ນຳເອົາຄອມພິວເຕີຕັ້ງໂຕະ ຈຳນວນ 1 ເຄື່ອງ ລວມມູນຄ່າ 3.950.000 ມາມອບໃຫ້ພະແນກ ປທສ ແຂວງບໍລິຄຳໄຊ ກ່າວມອບໂດຍທ່ານ ນາງ ດາວວອນ ເພັດສານຸພົນ ອຳນວຍການ ບໍລິສັດ ຢູນິເທວ ສາຂາ ແຂວງບໍລິຄຳໄຊ, ກ່າວຮັບໂດຍທ່ານ ລັງສີ ແກ້ວວິເສດ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ປທສ ແຂວງບໍລິຄຳໄຊ ພ້ອມຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.